200 ລ້ານ USD ໃຫ້ແກ່ການປົວແປງ ລະບົບຊົນລະປະທານ ແລະ ພື້ນຖານໂຄງລ່າງເຂດຊົນນະບົດ.

200 ລ້ານ USD ໃຫ້ແກ່ການປົວແປງ      ລະບົບຊົນລະປະທານ ແລະ ພື້ນຖານໂຄງລ່າງເຂດຊົນນະບົດ. - ảnh 1
ພິທີລົງນາມສັນຍາໃຫ້ກູ້ຢືມ
ພາບປະກອບຈາກ internet
(vovworld) - ຕອນ​ບ່າຍ​ວັນ​ທີ 9/3 ຢູ່ ຮ່າ​ໂນ້ຍ, ທ່ານ ຫງວຽນ​ວັນ​ບີ່​ງ ຜູ້​ວ່າການ​ທະນາຄານ​ແຫ່ງ​ລັດ ຕາງຫນ້າ​ໃຫ້​ລັດຖະບານ​ຫວຽດນາມ ​ແລະ ທ່ານ Tomoyuki Kimura ຜູ້ອຳນວຍການ​ແຫ່ງ​ຊາດ​ຂອງ​ທະນາຄານ​ພັດທະນາ ອາຊີ (ADB) ປະຈຳ​ຫວຽດນາມ ​ໄດ້​ລົງ​ນາມ​ໃນ​ສັນຍາ​ໃຫ້​ກູ້​ຢືມ​ດ້ວຍ​ຍອດ​ຈຳນວນ​​ເງິນ 200 ລ້ານ USD ​ເພື່ອ​ຊ່ວຍ​ຫວຽດນາມ ປົວ​ແປງ​ລະບົບ​ຊົນລະປະທານ ​ແລະ ພື້ນຖານ​ໂຄງ​ລ່າງ​ເຂດ​ຊົນນະບົດ. ຕາມ​ສັນຍາ​ທີ່​ໄດ້​ລົງ​ນາມ​ລະຫວ່າງ​ສອງ​ຝ່າຍ​ແລ້ວ, ADB ສະ​ຫງວນບ້ວງ​ເງິນ​ກູ້​ຢືມ 110 ລ້ານ USD ​ໃຫ້​ແກ່​ການ​ພັດທະນາ​ລະບົບ​ຊົນລະປະທານ​ເຂດ​ທາງ​ທິດ​ເຫນືອ​ແມ່​ນ້ຳ​ຈູ ​ແລະ ທາງ​ທິດ​ໃຕ້​ແມ່​ນ້ຳ ໝ໋າ ດ້ວຍ​ການ​ກຳນົດ​ເວລາ​ໃຫ້​ກູ້​ຢືມ​ແມ່ນ 32 ປີ. ສ່ວນ​ຈຳນວນ​ເງິນ 90 ລ້ານ USD ທີ່​ຍັງ​ເຫລືອ​ນັ້ນ ​ແມ່ນ​ສະຫງວນ​ໃຫ້​ແກ່​ການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​​ເຂດ​ຕົວ​ເມືອງ​ ​ແລະ ຍົກ​ລະດັບ, ​ເພີ່ມ​ທະວີ​ກຳລັງ​ຄວາມ​ສາມາດ​ການ​ຄຸ້ມ​ຄອງ​ເຂດ​ຕົວ​ເມືອງ​ຂອງ​ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ​ຢູ່​ ນະຄອນ​ຫວຽດຈີ ​ແຂວງ ຟູ​ທໍ້, ​ແຂວງ​ຮືງອຽນ, ດົ່ງ​ດັງ ​ແຂວງ​ລ້າງ​ເຊີນ ​ແລະ​ລຽມຕາມ​ແລວ​ເສດຖະກິດ​ເໜືອ​ໃຕ້.

ຕອບກັບ

ຂ່າວ/ບົດ​ອື່ນ