2000ຄົນຈະເຂົ້າຮ່ວມງານຊຸມນຸມມິດຕິງໃນສັບປະດາທະເລແລະໝູ່ເກາະຫວຽດນາມ

2000ຄົນຈະເຂົ້າຮ່ວມງານຊຸມນຸມມິດຕິງໃນສັບປະດາທະເລແລະໝູ່ເກາະຫວຽດນາມ - ảnh 1
ພາບປະກອບ:internet


(vovworld)- ຫາຍ​ຟ່ອງ, ຊື່​ງ​ແມ່ນ​ສະຖານ​ທີ່​ດຳ​ເນີນ​ບັນດາ​ເຫດການ​ຕົ້ນຕໍ​ໃນ​ສັບປະດາ ທະ​ເລ ​ແລະ ໝູ່​ເກາະ ຫວຽດນາມ ​ແຕ່​ວັນ​ທີ 1-8/6 ​ໄດ້​ສຳ​ເລັດ​ບັນດາ​ຫນ້າ​ວຽກ​ກະກຽມ. ຕາມ​ນັ້ນ​ແລ້ວ, ມີ​ປະມານ 2000 ຄົນ ຈະ​ເຂົ້າ​ຮ່ວມ​ງານ​ຊຸມນຸມ​ມິດ​ຕິງ ສັບປະ​ດາ​ທະ​ເລ ​ແລະ ໝູ່​ເກາະ ຫວຽດນາມ ດຳ​ເນີນ​ໄປ​ໃນ​ຕອນ​ເຊົ້າ​ວັນ​ທີ 7/6 ຢູ່ ​ເຂດ​ທ່ອງ​ທ່ຽວ ​ໂດ​ເຊີນ.

ສັບປະດາ​ທະ​ເລ ​ແລະ ໝູ່​ເກາະ ຫວຽດນາມ ປີ 2014 ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ 28 ​ແຂວງ​, ນະຄອນ ມີ​ທະ​ເລ​ໃນ​ທົ່ວ​ປະ​ເທດ, ປະກອບສ່ວນ​ປຸກລຸກ​ນ້ຳ​ໃຈ​ຮັກ​ຊາດ, ຄວາມ​ເອກອ້າງ​ທະ​ນົງ​ໃຈ​​ແຫ່ງ​ຊາດ, ຄັດຄ້ານ​ການ​ກະທຳ​ທີ່​ຜິດພາດ​ຂອງ​ຈີນ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ຕັດສິນ​ໃຈ​ປົກ​ປັກ​ຮັກສາ​ອະທິປະ​ໄຕ​ຂອງ​ປະ​ເທດ​ຊາດ. ນີ້​ກໍ​ແມ່ນ​ໂອກາດ​ເພື່ອ​ໂຄສະນາ, ຂົນ​ຂວາ​ຍປະຊາຊົນ​ຍົກ​ສູງ​ສະຕິ​ຮູ້​ສຶກ​ໃນການປົກ​ປັກ​ຮັກສາ​ຊັບພະຍາກອນ​ທຳ​ມະ​ຊາດ, ອະນຸລັກ​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ຄຸນຄ່າ​ແຫ​ລ່ງຊັບພະຍາກອນ​ທະ​ເລ, ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ​ທະ​ເລ, ໝູ່​ເກາະ, ລະດົມ​ກຳລັງ​ໃຈ​ຊາວ​ປະມົງ​ເພື່ອ​ໃຫ້​ເຂົາ​ເຈົ້າ​ອຸ່ນ​ອ່ຽນ​ໃຈ​ທຳ​ການ​ຜະລິດ, ອອກ​​ໄກຝັ່ງ​ຫາ​ປາ.

ຂ່າວ/ບົດ​ອື່ນ