24 ຊົ່ວ​ໂມງ​ຜ່ານ​ມາ, ຫວຽດ​ນາມ ຢັ້ງ​ຢືນ​ມີ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ - 19 ລາຍ​ໃໝ່​ຕື່ມ​ອີກ 7.623 ຄົນ

(VOVWORLD) -ໃນ 24 ຊົວໂມງທີ່ຜ່ານມາ,  ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອລາຍໃໝ່ ຕື່ມອີກ 7.623 ຄົນ, ມີ 3.501 ຄົນ ໄດ້ຮັບການປິ່ນປົວຫາຍດີ. 
24 ຊົ່ວ​ໂມງ​ຜ່ານ​ມາ, ຫວຽດ​ນາມ ຢັ້ງ​ຢືນ​ມີ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ - 19 ລາຍ​ໃໝ່​ຕື່ມ​ອີກ 7.623 ຄົນ - ảnh 1

ເຂດແຍກຕົວ (ພາບ: TTXVN)

  ນັບແຕ່ເວລາ 6 ໂມງ ຫາ 18 ໂມງ 30 ນາທີ ຂອງວັນທີ 4 ສິງຫາ, ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອລາຍໃໝ່ຕື່ມອີກ 3.352 ຄົນ, ໃນນັ້ນ ບິ່ງເຢືອງ ມີ 1.111 ຄົນ, ນະຄອນ ໂຮ່ຈີມິນ ມີ 935 ຄົນ, ລອງອານ 281 ຄົນ.

  ເປັນອັນວ່າ ໃນ 24 ຊົ່ວໂມງທີ່ຜ່ານມາ,  ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອລາຍໃໝ່ ຕື່ມອີກ 7.623 ຄົນ, ມີ 3.501 ຄົນ ໄດ້ຮັບການປິ່ນປົວຫາຍດີ ແລະ ມີຜູ້ເສຍຊີວິດຕື່ມອີກ 256 ຄົນ. ໄລ່ຮອດຕອນບ່າຍວັນທີ 4 ສິງຫາ, ຫວຽດນາມ ມີຜູ້ຕິດເຊື້ອລວມທັງໝົດ 177.813 ຄົນ, ໃນນັ້ນ ມີທັງໝົດ 54.332  ຄົນໄດ້ຮັບການປິ່ນປົວຫາຍດີແລ້ວ ແລະ ມີຜູ້ເສຍຊີວິດລວມທັງໝົດ 2.327 ຄົນ. 


ຕອບກັບ

ຂ່າວ/ບົດ​ອື່ນ