24 ປະເທດເຂົ້າຮ່ວມງານມະໂຫລານ ຮູບເງົາ, ໂທລະພາບກິລາ ແລະ ການທ່ອງທ່ຽວສາກົນຄັ້ງທີ 11

24 ປະເທດເຂົ້າຮ່ວມງານມະໂຫລານ ຮູບເງົາ, ໂທລະພາບກິລາ ແລະ ການທ່ອງທ່ຽວສາກົນຄັ້ງທີ 11 - ảnh 1

(ພາບປະກອບ:langvietonline.vn)​

( vovworld ) –  ​ງານ​ມະ​ໂຫລານ​ຮູບ​ເງົາ, ​ໂທລະພາບ​ກິລາ ​ແລະ ການທ່ອງທ່ຽວ​ສາກົນ​ຄັ້ງທີ 11 ປີ 2012 ຈະ​ດຳ​ເນີນ​ໄປ​ແຕ່​ວັນ​ທີ 4-7/7 ຢູ່​ຮ່າ​ໂນ້ຍ. ທີ່​ການ​ປະຊຸມ​ຂ່າວ​ໃນ​ຕອນ​ເຊົ້າວັນ​ທີ 2/7 ຢູ່​ຮ່າ​ໂນ້ຍ, ຄະນະ​ຈັດຕັ້ງ​ໃຫ້​ຮູ້​ວ່າ: ມີ 42 ຫົວໜ່ວຍ​ຕ່າງປະ​ເທດ ​ແລະ 25 ຫົວໜ່ວຍ​ພາຍ​ໃນ​ປະ​ເທດ​ຈະ​ເຂົ້າຮ່ວມ​ງານ​ມະ​ໂຫລານ​ດ້ວຍ​ຟິມ 145 ​ເລື່ອງ​ໃນ​ບັນດາ​ປະ​ເພດ​ຄື: ສາລະ​ຄະດີ, ຮູບ​ເງົາເອກະສານ, ຮູບ​ເງົາເລື່ອງ, ​ເລື່ອງ​ກະຕຸ​ນ; ວິ​ທະ​ຍາສາ​ດການ​ສຶກສາ….ຄະນະ​ຈັດຕັ້ງຈະ​ມອບ 1 ລາງວັນ​ທີ 1, 1 ລາງວັນ​ທີ 2 ​ແລະ 1 ລາງວັນ​ຂອງ​ຄະນະ​ຈັດຕັ້ງ​ໃຫ້​ແກ່​ຮູບ​ເງົາແຕ່ລະ​ປະ​ເພດ​. ທ່ານ Nguyen Xuan Vinh ຜູ້ອຳນວຍການ​ສູນ​ຮູບ​ເງົາ​ກິລາ ​ແລະ ການທ່ອງທ່ຽວ (ສັງ​ກັດກົມ​ໃຫ່ຍກິລາກາ​ຍະ​ກຳ​ຫວຽດນາມ) ຊື່​ງ​ແມ່ນ​ຫົວໜ່ວຍ​ເປັນ​ເຈົ້າພາບ​ຈັດ​ງານ​ມະ​ໂອ​ຫານ​ເວົ້າວ່າ:   “​ໃນ​ງານ​ມະ​ໂຫາ​ລານ 3 ຄັ້ງກ່ອນ, ມີ 10 ​ເຖິງ 12 ປະ​ເທດ​​ເຂົ້າຮ່ວມ. ປີ​ນີ້ ມີ 42 ສຳນັກ​ຟິມ​ໃນ​ທົ່ວ​ປະ​ເທດ​ເຂົ້າຮ່ວມ, ມີ​ບາງປະ​ເທດ​ມີ​ເຖິງ 4-5 ສຳນັກ​ຟິມ​ເຂົ້າຮ່ວມ. ຄະນະ​ກວດ​ສອບ​ຫວຽດນາມ ​ແມ່ນ​ບັນດາ​ນັກ​ສິລະ​ປິນປະຊາຊົນ ​ແລະ ການ​ນຳ​ຮູບ​ເງົາ​ທີ່​ມີ​ຊື່​ສຽງ ສ່ວນ​ຜູ້ຕາງໜ້າ​ສາກົນ​ແມ່ນ​ບັນດາ​ຜູ້​ກຳກັບ​ການສະ​ແດງ​ທີ່​ມີ​ຊື່​ງສຽງ ​ແລະ ​ແມ່ນ​ສະມາຊິກ​ຂອງ​ສະຫະພັນ​ຮູບ​ເງົາ ​ແລະ ​ໂທລະພາບ​ກິລາ​ສາກົນ“.

 

ຂ່າວ/ບົດ​ອື່ນ