25 ປະເທດ ແລະ ເຂດແຄວ້ນເຂົ້າຮ່ວມງານວາງສະແດງສາທາລະນະສຸກສາກົນ ຫວຽດນາມ 2019

(VOVWORLD) -ງານວາງສະແດງມີຮ້ານວາງສະແດງກວ່າ 600 ຮ້ານ ທີ່ມາຈາກ 25 ປະເທດ ແລະ ເຂດແຄວ້ນທີ່ມີຊື່ສຽງໃນຂົງເຂດການຢາ ແລະ ອຸປະກອນການແພດຄື; ເຢຍລະມັນ, ສ.ເກົາຫຼີ, ຕວກກີ, ຈີນ, ປາກິດສະຖານ, ອິນເດຍ, ການາດາ, ສິງກະໂປ, ໄທ, ມາເລເຊຍ... 
25 ປະເທດ ແລະ ເຂດແຄວ້ນເຂົ້າຮ່ວມງານວາງສະແດງສາທາລະນະສຸກສາກົນ ຫວຽດນາມ 2019 - ảnh 1ພິທີໄຂງານວາງສະແດງ (ພາບ: sggp.org.vn)

ຕອນເຊົ້າວັນທີ 11 ກັນຍາ, ຢູ່ນະຄອນໂຮ່່ຈີມິນ ພາຍໃຕ້ການເປັນປະທານຂອງກະຊວງສາທາລະນະສຸກ, ບໍລິສັດຫຸ້ນສ່ວນ ADPEX ຫວຽດນາມ, ສະຫະສະມາຄົມວິສາຫະກິດການຢາຫວຽດນາມ ແລະ ບໍລິສັດຫຸ້ນສ່ວນນໍາເຂົ້າ-ສົ່ງອອກ ສາທາລະນະສຸກຫວຽດນາມ ໄດ້ສົມທົບກັນ ຈັດຕັ້ງພິທີໄຂງານວາງສະແດງສາທາລະນະສຸກສາກົນ ຫວຽດນາມ ຄັ້ງທີ 14. ນີ້ແມ່່ນໜຶ່ງໃນບັນດາງານວາງສະແດງສະເພາະຂະແໜງສາທາລະນະສຸກ ທີ່ມີຂອບຂະໜາດໃຫຍ່ທີ່ສຸດຢູ່ຫວຽດນາມ.

        ປີ 2019 ນີ້, ງານວາງສະແດງມີຮ້ານວາງສະແດງກວ່າ 600 ຮ້ານ ທີ່ມາຈາກ 25 ປະເທດ ແລະ ເຂດແຄວ້ນທີ່ມີຊື່ສຽງໃນຂົງເຂດການຢາ ແລະ ອຸປະກອນການແພດຄື; ເຢຍລະມັນ, ສ.ເກົາຫຼີ, ຕວກກີ, ຈີນ, ປາກິດສະຖານ, ອິນເດຍ, ການາດາ, ສິງກະໂປ, ໄທ, ມາເລເຊຍ... ງານວາງສະແດງດັ່ງກ່າວ ຖືກຈັດຂ້ຶນຢູ່ ສູນວາງສະແດງສາກົນ SECC (ເມືອງ 7, ນະຄອນໂຮ່ຈີມິນ) ຮອດວັນທີ 14 ກັນຍາ ຈຶ່ງອັດລົງ ແລະ ຄາດວ່າ ຈະດຶງດູດຜູ້ເຂົ້າຢ້ຽມຊົມປະມານ 15.000 ເທື່ອຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ