3 ປະ​ເທດ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ເຝິກຊ້ອມ​ການປ້ອງ​ກັນ​ຄວາມ​ໝັ້ນ​ຄົງຮ່ວ​ມ

(VOVWORLD) -  ບັນດາປະເທດຄື ອິນໂດເນເຊຍ, ມາເລເຊຍ ແລະ ຟີລິບປີນ ຫາກໍ່ເຫັນດີເປັນເອກະພາບຈັດຕັ້ງການເຝິກຊ້ອມລາດຕະເວນຮ່ວມໃນເຂດດິນຕໍ່ແຜ່ນເພື່ອແນໃສ່ແກ້ໄຂບັນດາສິ່ງທ້າທາຍຄວາມໝັ້ນຄົງຢູ່ເຂດທະເລລະຫວ່າງ ເກາະ Borneo  ແລະ ເຂດທາງທິດໃຕ້ປະເທດ ຟີລິບປີນ.
3 ປະ​ເທດ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ເຝິກຊ້ອມ​ການປ້ອງ​ກັນ​ຄວາມ​ໝັ້ນ​ຄົງຮ່ວ​ມ - ảnh 1ເທດສະບານ Tarakan ຂອງ ອິນໂດເນເຊຍ (ພາບ: Kalimantan Tours) 

ວັນທີ 12 ມິຖຸນາ, ທ່ານ ລັດຖະມົນຕີກະຊວງປ້ອງກັນປະເທດ ອິນໂດເນເຊຍ Ryamizard Ryacudu ໃຫ້ຮູ້ວ່າ ບັ້ນເຝິກຊ້ອມລະຫວ່າງ 3 ຝ່າຍຈະໄດ້ດຳເນີນພາຍໃນ 1 ເດືອນຢູ່ ເທດສະບານ Tarakan, ຢູ່ແຂວງKalimantanຕາເວັນອອກ, ຂຶ້ນກັບເກາະ  Borneo ຂອງ ອິນໂດເນເຊຍ. ຄຳຖະແຫຼງໄດ້ຍົກອອກມາໃນສະພາບການທີ່ 3 ປະເທດອາຊີຕາເວັນອອກສ່ຽງໃຕ້ໄດ້ຮ່ວມມືກັນຢ່າງແໜ້ນແຟ້ນໃນການສູ້ຮົບຕ້ານພວກກະບົດອິດສະລາມຫົວຮຸນແຮງ. ປັດຈຸບັນ 3 ປະເທດນີ້ໄດ້ກໍ່ສ້າງບັນດາສູນການເດີນທະເລຮັບຜິດຊອບການແບ່ງປັນຂໍ້ມູນລາຊະການລັບຢູ່ຫຼາຍຈຸດໃນພາກພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ