35 ປະເທດບັນລຸຂໍ້ຕົກລົງກ່ຽວກັບການຄວບຄຸມຊອບແວສືບສອດແນມ ແລະ ແຮກເກີ

(VOVWORLD) - ຖະແຫຼງການດັ່ງກ່າວເພື່ອແກ້ໄຂສະພາບການນຳໃຊ້ຊອບແວສືບສອດແນມເພື່ອຮັບຟັງການໂອ້ລົມທາງໂທລະສັບ, ຂີ້ລັກພາບຖ່າຍ
35 ປະເທດບັນລຸຂໍ້ຕົກລົງກ່ຽວກັບການຄວບຄຸມຊອບແວສືບສອດແນມ ແລະ ແຮກເກີ - ảnh 1(ພາບປະກອບ: EPA/TTXVN)

        ວັນທີ 06 ກຸມພາ, ກຸ່ມບັນດາປະເທດໂດຍ ອັງກິດ, ຝລັ່ງ ແລະ ອາເມລິກາ ນຳໜ້າ ແລະ ບັນດາບໍລິສັດເຕັກໂນໂລຊີ, ລວມມີ: Google, Microsoft ແລະ Meta, ໄດ້ລົງນາມໃນຂໍ້ຕົກລົງຮ່ວມ ຍອມຮັບຄວາມຈຳເປັນຕ້ອງມີການກະທຳຫຼາຍກວ່າເພື່ອແກ້ໄຂເລື່ອງນຳໃຊ້ບັນດາເຄື່ອງມືສືບສອດແນມທາງເຄືອຂ່າຍ.

        ຖະແຫຼງການດັ່ງກ່າວເຊິ່ງ 35 ປະເທດລົງນາມໃນກອງປະຊຸມໂດຍ ອັງກິດ ແລະ ຝລັ່ງ ພ້ອມກັນຈັດຂຶ້ນຢູ່ ລອນດອນ (ອັງກິດ) ເພື່ອແກ້ໄຂສະພາບການນຳໃຊ້ຊອບແວສືບສອດແນມເພື່ອຮັບຟັງການໂອ້ລົມທາງໂທລະສັບ, ຂີ້ລັກພາບຖ່າຍ ແລະ ບັນຊາກອງຖ່າຍຮູບ ແລະ ບັນຊາຄວາມສຽງຈາກທາງໄກທີ່ນັບມື້ນັບຫຼາຍ. ຖະແຫຼງການຮຽກຮ້ອງໃຫ້ບັນດາຝ່າຍລົງນາມການນຳໃຊ້ບັນດາຊອບແວດັ່ງກ່າວໃຫ້ຖືກຕ້ອງຕາມກົດໝາຍ ແລະ ມີຄວາມຮັບຜິດຊອບ, ຕິດຕາມຢ່າງແໜ້ນແຟ້ນກວ່າ ແລະ ສ້າງຄວາມຈະແຈ້ງສຳລັບບັນດານັກສະໜອງຊອບແວສືບການຄ້າ.

        ບັນດາຝ່າຍທີ່ໄດ້ລົງນາມໄດ້ກ່າວເຕືອນວ່າ ຖ້າຂາດບັນດາມາດຕະການຄວບຄຸ້ມຢ່າງແໜ້ນແຟ້ນສຳລັບບັນດາຊອບແວຄືແນວນັ້ນ ຈະເພີ່ມຄວາມສ່ຽງທີ່ວ່າ ຄົນບໍ່ດີນຳໃຊ້ເພື່ອດຳເນີນການສືບລາຊະການລັບ.

ຕອບກັບ

ຂ່າວ/ບົດ​ອື່ນ