5 ປີ​ຢ່າງ​ລຽນ​ຕິດ ທີ່ແຂວງ ກວ໋າງ​ນິງ ນຳ​ໜ້າ​ກ່ຽວ​ກັບ​ດັດ​ຊະ​ນີ​​ຄວາມ​ສາ​ມາດ​ແກ້ງ​ແຍ້ງ​ຂັ້ນແຂວງ

(VOVWORLD) -ຕອນເຊົ້າວັນທີ 27 ເມສາ, ຢູ່ຮ່າໂນ້ຍ, ສະຫະພັນການຄ້າ ແລະ ອຸດສາຫະກຳ ຫວຽດນາມ (VCCI) ໄດ້ປະກາດບົດລາຍງາຍປະຈຳປີ ດັດຊະນີຄວາມສາມາດແກ້ງແຍ້ງຂັ້ນແຂວງ (PCI) 2021 ໂດຍອີງໃສ່ຜົນການສຳຫຼວດວິສາຫະກິດກວ່າ 11.300 ແຫ່ງຢູ່ພາຍໃນປະເທດ.
5 ປີ​ຢ່າງ​ລຽນ​ຕິດ ທີ່ແຂວງ ກວ໋າງ​ນິງ ນຳ​ໜ້າ​ກ່ຽວ​ກັບ​ດັດ​ຊະ​ນີ​​ຄວາມ​ສາ​ມາດ​ແກ້ງ​ແຍ້ງ​ຂັ້ນແຂວງ - ảnh 1(ພາບປະກອບ: VOV)

ບົດລາຍງານ PCI 2021 ປີນີ້ ໄດ້ສະຫງວນ 1 ພາກເພື່ອໄຈ້ແຍກ, ວິເຄາະກ່ຽວກັບຜົນກະທົບຂອງໂລກລະບາດໂຄວິດ - 19 ໃນປີທີ 2 ທີ່ມີຕໍ່ການເຄື່ອນໄຫວວິສາຫະກິດ ແລະ ຕີລາຄາແງ່ຫວັງການຟື້ນຟູໃນສະພາບປົກກະຕິໃໝ່ຂອງ ຫວຽດນາມ ໃນໄລຍະຈະມາເຖິງ. ກ່າວຄຳເຫັນທີ່ພິທີ, ທ່ານ ຟ້າມເຕິນກົງ, ປະທານ VCCI ເນັ້ນໜັ້ກວ່າ:

ບົດລາຍງານ PCI 2021 ໄດ້ຮັບຮູ້ການຜັນປ່ຽນທີ່ຕັ້ງໜ້າກ່ຽວກັບຄຸນນະພາບການບໍລິຫານເສດຖະກິດຂັ້ນແຂວງໃນໄລຍະຜ່ານມາ. ໃນສະພາບໂລກລະບາດ, ຜ່ານການສຳຫຼວດວິສາຫະກິດໄດ້ຊີ້ໃຫ້ເຫັນວ່າ ສະພາບແວດລ້ອມແຫ່ງການດຳເນີນທຸລະກິດຢູ່ແຕ່ລະແຂວງ, ນະຄອນມີຫຼາຍຈຸດພົ້ນເດັ່ນ. ບົດລາຍງານກໍສະໜອງການຕີລາຄາທີ່ໜ້າປະເອີບໃຈກ່ຽວກັບສະພາບແວດລ້ອມແຫ່ງການດຳເນີນທຸລະກິດຢູ່ ຫວຽດນາມ ຂອງບັນດາວິສາຫະກິດ FDI.”

    ໃນຕາຕະລາງຈັດອັນດັບດັດຊະນີ PCI ປີ 2021, ເປັນປີທີ 5 ຢ່າງລຽນຕິດທີ່ ແຂວງ ກວ໋າງນິງ ນຳໜ້າດ້ວຍຄະແນນ 73,02. ຖັດຈາກນັ້ນແມ່ນ ນະຄອນ ຫາຍຟ່ອງ, ແຂວງ ດົ່ງທາບ, ນະຄອນ ດ່າໜັງ ແລະ ແຂວງ ຫວິງຝຸກ.

ຕອບກັບ

ຂ່າວ/ບົດ​ອື່ນ