61 ປີ ແຫ່ງ​ການ​ພົວ​ພັນ ຫວຽດ​ນາມ - ລາວ: ສື່ມວນ​ຊົນ​ລາວ ຍ້ອງ​ຍໍ​ສັນ​ລະ​ເສີນ​ນ້ຳ​ໃຈ​ສາ​ມັກ​ຄີ​ແບບ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ

(VOVWORLD) -   ບົດຂຽນທີ່ໄດ້ເອົາລົງໃນໜັງສືພິມປະຊາຊົນ ມີຫົວຂໍ້ “ການພົວພັນ ລາວ - ຫວຽດນາມ ນັບມື້ນັບພັດທະນາ” ໄດ້ຢັ້ງຢືນວ່າ ການພົວພັນລະຫວ່າງສອງປະເທດ ໄດ້ກາຍເປັນຊັບສົມບັດອັນລ້ຳຄ່າ, ແມ່ນກຳລັງໜູນ ແລະ ແມ່ນປັດໄຈສຳຄັນທີ່ສຸດ ເພື່ອຮັບປະກັນໃຫ້ການປະຕິບັດຢູ່ແຕ່ລະປະເທດຍາດໄດ້ໄຊຊະນະ. 
61 ປີ ແຫ່ງ​ການ​ພົວ​ພັນ ຫວຽດ​ນາມ - ລາວ: ສື່ມວນ​ຊົນ​ລາວ ຍ້ອງ​ຍໍ​ສັນ​ລະ​ເສີນ​ນ້ຳ​ໃຈ​ສາ​ມັກ​ຄີ​ແບບ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ - ảnh 1ບັນດາໜັງສືພິມທີ່ມີຊື່ສຽງຂອງລາວ ລົງບົດຂຽນກ່ຽວກັບສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ, ລາວ - ຫວຽດນາມ (ພາບ: VOV)

ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດ ລາວ - ຫວຽດນາມ ຄົບຮອບ 61 ປີ (5/09/1962 – 05/09/2023), ບັນດາໜັງສືພິມທີ່ມີຊື່ສຽງຂອງລາວຄື ປະຊາຊົນ - ສຽງຂອງສູນກາງພັກປະຊາຊົນປະຕິວັດລາວ, ໜັງສືພິມ ປະເທດ ລາວ ສຽງຂອງ ສຳນັກຂ່າວສານລາວ ສະບັບອອກວັນທີ 05 ກັນຍາ ໄດ້ລົງບົດຂຽນກ່ຽວກັບສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ, ລາວ - ຫວຽດນາມ ໃນໜ້າທຳອິດ.

        ບົດຂຽນທີ່ໄດ້ເອົາລົງໃນໜັງສືພິມປະຊາຊົນ ມີຫົວຂໍ້ “ການພົວພັນ ລາວ - ຫວຽດນາມ ນັບມື້ນັບພັດທະນາ” ໄດ້ຢັ້ງຢືນວ່າ ການພົວພັນລະຫວ່າງສອງປະເທດ ໄດ້ກາຍເປັນຊັບສົມບັດອັນລ້ຳຄ່າ, ແມ່ນກຳລັງໜູນ ແລະ ແມ່ນປັດໄຈສຳຄັນທີ່ສຸດ ເພື່ອຮັບປະກັນໃຫ້ການປະຕິບັດຢູ່ແຕ່ລະປະເທດຍາດໄດ້ໄຊຊະນະ. ບົດຂຽນ ກໍໄດ້ຊີ້ແຈ້ງວ່າ ເຖິງວ່າປະສົບກັບຄວາມຫຍຸ້ງຍາກຄືແນວໃດກໍຕາມ, ສອງປະເທດຍັງຕັດສິນໃຈປົກປັກຮັກສາ ແລະ ພັດທະນາສາຍພົວພັນໄມຕີຈິດມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງປະເທດໃຫ້ນັບມື້ນັບເກີດດອກອອກຜົນຍິ່ງໆຂຶ້ນ.

        ສ່ວນບົດນຳດ້ວຍຫົວຂໍ້ “ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລາວ - ຫວຽດນາມ ໄດ້ຮັບການເພີ່ມທະວີຢ່າງບໍ່ຢຸດຢັ້ງ” ທີ່ໄດ້ເອົາລົງໃນໜັງສືພິມ ປະເທດລາວ ເນັ້ນໜັກວ່າ ການພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ລາວ ແມ່ນນ້ຳໃຈຖານສະຫາຍ, ອ້າຍນ້ອງ, ໄມຕີຈິດມິດຕະພາບທີ່ສະໜິດແໜ້ນ ເພື່ອເຊື່ອມຈອດສອງປະເທດ; ເນັ້ນໜັກສາຍພົວພັນແບບພິເສດ, ມີພຽງແຕ່ໜຶ່ງບໍ່ມີສອງໃນໂລກ, ຈະສືບຕໍ່ພັດທະນາ ແລະ ໝັ້ນຄົງຂະໜົງແກ່ນ ໄປຊົ່ວກາລະນານ.

ຕອບກັບ

ຂ່າວ/ບົດ​ອື່ນ