90% ວິສາຫະກິດນຳໃຊ້ບິນ ຫຼື ໃບເກັບເງິນເອເລັກໂຕນິກໃນປີ 2020

(VOVWORLD) - ຄ່າໃຊ້ຈ່າຍທັງໝົດສຳລັບການນຳໃຊ້ບິນ ຫຼື ໃບເກັບເງິນເອເລັກໂຕນິກຈະຫລຸດຜ່ອນຄ່າໃຊ້ຈ່າຍ  50% ເມື່ອທຽບໃສ່ບິນ ຫຼື ໃບເກັບເງິນແບບທຳມະດາ.
90% ວິສາຫະກິດນຳໃຊ້ບິນ ຫຼື ໃບເກັບເງິນເອເລັກໂຕນິກໃນປີ 2020 - ảnh 1 ພາບປະກອບ

ວິສາຫະກິດ ຫວຽດນາມ ໄດ້ ແລະ ພວມກ້າວເຂົ້າສູ່ໄລຍະດຳເນີນທຸລະກິດການຄ້າເອເລັກໂຕນິກ, ໃນນັ້ນ, ບິນ ຫຼື ໃບເກັບເງິນເອເລັກໂຕນິກໄດ້ຮັບຖືວ່າແມ່ນວິທີການໜຶ່ງ ແລະ ມາດຕະການທີ່ມີປະສິດທິຜົນໃນການຊຸກຍູ້ການຜະລິດດຳເນີນທຸລະກິດພັດທະນາ. ຄ່າໃຊ້ຈ່າຍທັງໝົດສຳລັບການນຳໃຊ້ບິນ ຫຼື ໃບເກັບເງິນເອເລັກໂຕນິກຈະຫລຸດຜ່ອນຄ່າໃຊ້ຈ່າຍ  50% ເມື່ອທຽບໃສ່ບິນ ຫຼື ໃບເກັບເງິນແບບທຳມະດາ. ຕາມການຄາດຄະເນຂອງຂະແໜງພາສີແລ້ວ, ຮອດປີ 2020 ຈະມີປະມານ 90% ຈຳນວນວິສາຫະກິດນຳໃຊ້ບິນ ຫຼື ໃບເກັບເງິນເອເລັກໂຕນິກ. ທ່ານນາງ ຫງວຽນທິທູຮ່າ, ຫົວໜ້າຫ້ອງການນະໂຍບາຍອາກອນມູນຄ່າເພີ່ມ ແລະ ການໃຊ້ສອຍພິເສດ, ກົມນະໂຍບາຍພາສີ, ກົມໃຫຍ່ພາສີ, ຖືວ່າ:        “ອົງການສ່ວນອາກອນໄດ້ມີການໜູນຊ່ວຍໃຫ້ຜູ້ເກັບພາສີເປັນປະຈຳເພື່ອແກ້ໄຂບັນຫາໃນວິວັດການຜັນຂະຫຍາຍບິນ ຫຼື ໃບເກັບເງິນເອເລັກໂຕນິກທີ່ມີລະຫັດຢັ້ງຢືນແລ້ວ. ນອກຈາກນັ້ນ, ຂະແໜງພາສີອາກອນໄດ້ຍົກລະດັບການໝູນໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານເພື່ອຮັບໃຊ້ການແຈ້ງພາສີອາກອນເອເລັກໂຕນິກ ແລະ ຍົກລະດັບໝູນໃຊ້ລະບົບບິນ ຫຼື ໃບເກັບເງິນເອເລັກໂຕນິກທີ່ມີຢູ່ແລ້ວ. ສຳລັບບັນດາວິສາຫະກິດນຳໃຊ້ຈະມີຄວາມຫຍຸ້ງຍາກ, ສິ່ງຄົງຄ້າງນັ້ນ, ກົມເຕັກໂນໂລຊີຂໍ້ມູນຂ່າວສານຍາມໃດກໍ່ໜູນຊ່ວຍແກ້ໄຂບັນຫາໃນທັນທີ.”

ຕອບກັບ

ຂ່າວ/ບົດ​ອື່ນ