ADB: ເສດ​ຖະ​ກິດ ຫວຽດ​ນາມ ພ້ອມ​ແລ້ວ​ທີ່​ຈະ​ຟື້ນ​ຟູ, ຄາດ​ວ່າ​ຈະ​ບັນ​ລຸ​ການ​ເຕີບ​ໂຕຢູ່ 6,5% ໃນ​ປີ 2022

(VOVWORLD) -ເສດຖະກິດ ຫວຽດນາມ ຄາດວ່າຈະມີການຟື້ນຟູຢູ່ໃນລະດັບ 6,5% ໃນປີ 2022 ແລະ ຈະເຕີບໂຕແຮງກວ່າ ດ້ວຍລະດັບ 6,7% ໃນປີ 2023 ຍ້ອນບັນລຸອັດຕາສັກວັກຊິນສູງ, ຍູ້ແຮງການການຄ້າ ແລະ ສືບຕໍ່ປະຕິບັດນະໂຍບາຍປີການເງິນ ແລະ ເງິນຕາ.
ADB: ເສດ​ຖະ​ກິດ ຫວຽດ​ນາມ ພ້ອມ​ແລ້ວ​ທີ່​ຈະ​ຟື້ນ​ຟູ, ຄາດ​ວ່າ​ຈະ​ບັນ​ລຸ​ການ​ເຕີບ​ໂຕຢູ່ 6,5% ໃນ​ປີ 2022 - ảnh 1(ພາບປະກອບ: TTXVN)

ເສດຖະກິດ ຫວຽດນາມ ຄາດວ່າຈະມີການຟື້ນຟູຢູ່ໃນລະດັບ 6,5% ໃນປີ 2022 ແລະ ຈະເຕີບໂຕແຮງກວ່າ ດ້ວຍລະດັບ 6,7% ໃນປີ 2023 ຍ້ອນບັນລຸອັດຕາສັກວັກຊິນສູງ, ຍູ້ແຮງການການຄ້າ ແລະ ສືບຕໍ່ປະຕິບັດນະໂຍບາຍປີການເງິນ ແລະ ເງິນຕາ. ນີ້ແມ່ນຂໍ້ສັງເກດຂອງທະນາຄານພັດທະນາອາຊີ (ADB) ທີ່ຍົກອອກໃນບົດລາຍງານແງ່ຫວັງ ອາຊີ 2022 ອັບເດດສະພາບສັງລວມກ່ຽວກັບພື້ນຖານເສດຖະກິດ ຫວຽດນາມ ແລະ ແງ່ຫວັງໃນໄລຍະ 2022 – 2023 ທີ່ໄດ້ປະກາດໃນວັນທີ 6 ເມສາ.

    ທີ່ພິທີປະກາດບົດລາຍງານ, ທ່ານ ຫງວຽນມິງເກື່ອງ, ນັກຊ່ຽວຊານດ້ານເສດຖະກິດ ແຫ່ງຊາດ ຂອງ ADB ໄດ້ໄຈ້ແຍກວ່າ:

    “ດັດຊະນີເສດຖະກິດຂອງ ຫວຽດນາມ ເກືອບທັງໝົດທີ່ຫາກໍປະກາດນັ້ນ ໄດ້ສະແດງໃຫ້ເຫັນວ່າມີການຟື້ນຟູ. ໃນສະພາບປັດຈຸບັນ, ADB ຄາດຄະເນວ່າ ການເຕີບໂຕເສດຖະກິດຂອງຫວຽດນາມ ມີຄວາມຕັ້ງໜ້າພໍສົມຄວນ. ສິ່ງດັ່ງກ່າວອີງໃສ່ບາງເຫດຜົນດັ່ງນີ້: ທີໜຶ່ງແມ່ນຍ້ອນການຟື້ນຟູຂອງຂະແໜງອຸດສາຫະກຳ. ທີສອງແມ່ນ ການຄ້າ - ການລົງທຶນ. ກຳລັງໜູນເຕີບໂຕສຳຄັນອີກອັນໜຶ່ງແມ່ນ ບັນດາມາດຕະການ, ນະໂຍບາຍກະຕຸ້ນດ້ານການເງິນ - ເງິນຕາໃນບ້ວງຟື້ນຟູ ແລະ ພັດທະນາເສດຖະກິດ ໂດຍສະພາແຫ່ງຊາດ ຫວຽດນາມ ຮັບຮອງເອົາໃນເດືອນມັງກອນ 2022. ບ້ວງໜູນຊ່ວຍນັ້ນ ໄດ້ຮັບຄວາມຫວັງວ່າ ຈະສືບຕໍ່ກະຕຸ້ນການຟື້ນຟູ ແລະ ເຕີບໂຕເສດຖະກິດຂອງ ຫວຽດນາມ ໃນປີ 2022 ແລະ 2023.”

 

ຕອບກັບ

ຂ່າວ/ບົດ​ອື່ນ