APEC 2017: ຍົກສູງທີ່ຕັ້ງບົດບາດຂອງຫວຽດນາມໃນເວທີສາກົນ

(VOVWORLD) -ສັບປະດາຂັ້ນສູງ APEC, ໃນນັ້ນພົ້ນເດັ່ນແມ່ນກອງປະຊຸມສຸດຍອດບັນດາການນຳເສດຖະກິດ APEC ຄັ້ງທີ 25 ດ້ວຍຫົວຂໍ້ “ສ້າງກຳລັງຫນູນໃຫມ່, ພ້ອມກັນເພີ່ມພູນຄູນສ້າງໃຫ້ອະນາຄົດລວມ” ໄດ້ຈັດຕັ້ງຢູ່ ນະຄອນ ດ່ານັ້ງ ແຕ່ວັນທີ 5-11 ພະຈິກ ປີ 2017 ໄດ້ດຶງດູດການເຂົ້າຮ່ວມຂອງຜູ້ແທນນັບພັນໆຄົນທີ່ຕາງຫນ້າໃຫ້ 21 ພື້ນຖານເສດຖະກິດສະມາຊິກ APEC, ໃນນັ້ນ ມີປະມຸກລັດຫລາຍທ່ານ.

APEC 2017: ຍົກສູງທີ່ຕັ້ງບົດບາດຂອງຫວຽດນາມໃນເວທີສາກົນ - ảnh 1 ວາລະອັດກອງປະຊຸມ APEC

ພາບ:vietnam+

ທີ່ກອງປະຊຸມ ບັນດາການນຳເສດຖະກິດ APEC ຄັ້ງທີ 25 ໄດ້ຮັບຮອງເອົາຖະແຫລງການ ດ່ານັ້ງ “ສ້າງກຳລັງຫນູນໃຫມ່, ພ້ອມກັນເພີ່ມພູນຄູນສ້າງໃຫ້ອະນາຄົດລວມ”. ນີ້ແມ່ນໝາກຜົນສຳຄັນທີ່ສຸດຂອງກອງປະຊຸມບັນດາການນຳເສດຖະກິດ APEC ຄັ້ງທີ 25 ກໍຄືປີ APEC 2017. ຖະແຫລງການ ດ່ານັ້ງ ຢືນຢັນ ຕັດສິນໃຈຊຸກຍູ້ການຄ້າເສລີ ແລະການລົງທຶນ, ການເຕີບໂຕກວມລວມ, ໝັ້ນຄົງ.

ກອງປະຊຸມສຸດຍອດວິສາຫະກິດ APEC (CEO Summit) ດ້ວຍ 15 ວາລະປະຊຸມ ຊື່ງດຳເນີນໄປໃນ 3 ວັນ ໄດ້ປະສົບຜົນສຳເລັດຢ່າງຈົບງາມ ເມື່ອມີບົດປາໄສນັບສີບໆບົດຂອງການນຳບັນດາພື້ນຖານເສດຖະກິດສະມາຊິກ APEC, ໃນນັ້ນ ມີບົດປາໄສຂອງທ່ານປະທານາທິບໍດີ ອາເມລິກາ Donald Trump, ທ່ານປະທານປະເທດຈີນ ສີຈິ້ນຜິງ, ການນຳບັນດາກຸ່ມບໍລິສັດໃຫຍ່ແຖວຫນ້າໃນໂລກ ແລະ ຫວຽດນາມ ພ້ອມກັບຜູ້ຕາງຫນ້າບັນດາອົງການເສດຖະກິດໃຫຍ່ສາກົນ. ບັນດາບັນຫາໄດ້ຮັບການປຶກສາຫາລືທີ່ CEO Summit ລ້ວນແຕ່ແມ່ນບັນດາບັນຫາສຳຄັນ ມີຜົນສະທ້ອນເຖິງແຕ່ລະພື້ນຖານເສດຖະກິດ ບໍ່ພຽງແຕ່ໃນພາກພື້ນ ອາຊີ - ປາຊີຟິກ ເທົ່ານັ້ນ ຫາກໃນຂອບເຂດທົ່ວໂລກອີກດ້ວຍ.

ມີເນື້ອໃນພົ້ນເດັ່ນອື່ນທີ່ສັບປະດາຂັ້ນສູງ APEC 2017 ແມ່ນລັດຖະມົນຕີເສດຖະກິດ 11 ປະເທດສະມາຊິກສັນຍາຄູ່ຮ່ວມມືຂ້າມປາຊີຟິກ (TPP) ໄດ້ໂຮມປະຊຸມໃນເວລາ 3 ວັນ, ເຫັນດີດ້ວຍຊື່ເອີ້ນໃຫມ່ຂອງສັນຍາ TPP ແມ່ນສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວຫນ້າຂ້າມປາຊີຟິກ (CPTTT) ແລະ ເປັນເອກະພາບບັນຫາຫລັກແຫລ່ງຂອງສັນຍານີ້ ນັ້ນແມ່ນ ຮັກສາເນື້ອໃນຂອງສັນຍາ TPP ໄວ້ເໝືອນເດີມ ແຕ່ອະນຸຍາດໃຫ້ບັນດາປະເທດສະມາຊິກໂຈະບາງພັນທະຊົ່ວຄາວ ເພື່ອຮັບປະກັນຄວາມດຸ່ນດ່ຽງໃນສະພາບການໃຫມ່. ນອກນັ້ນ ໃນໂອກາດດຳເນີນສັບປະດາຂັ້ນສູງ APEC, ທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງ ມີການເຈລະຈາ, ການພົບປະສອງຝ່າຍຫລາຍຄັ້ງກັບປະມຸກລັດ, ການນຳບັນດາພື້ນຖານເສດຖະກິດສະມາຊິກ APEC, ການນຳບັນດາກຸ່ມບໍລິສັດແຖວຫນ້າຂອງໂລກ. ການນຳບັນດາພື້ນຖານເສດຖະກິດ, ບັນດາກຸ່ມບໍລິສັດລ້ວນແຕ່ຕີລາຄາສູງທີ່ຕັ້ງບົດບາດນັບມື້ນັບສູງຂອງຫວຽດນາມ ຢູ່ ພາກພື້ນ ແລະໃນໂລກ, ມີຄວາມປາດຖະຫນາຢາກຊຸກຍູ້ການພົວພັນກັບຫວຽດນາມກວ່າອີກ, ຕີລາຄາສູງແງ່ຫວັງເສດຖະກິດຂອງຫວຽດນາມ ແລະ ບັນດາຄວາມມານະພະຍາຍາມຂອງຫວຽດນາມໃນການປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດ. ບັນດາການເຄື່ອນໄຫວພົບປະສອງຝ່າຍນີ້ ປະກອບສ່ວນຍົກສູງທີ່ຕັ້ງບົດບາດ ແລະ ອິດທິພົນຊື່ສຽງຂອງຫວຽດນາມ, ນຳມາເຊິ່ງບັນດາຜົນປະໂຫຍດລະອຽດ, ແທດຈິງ ທີ່ມີຕໍ່ປະເທດຊາດ, ປະຊາຊົນ ແລະ ວິສາຫະກິດ.

ນີ້ແມ່ນຄັ້ງທີ 2 ຫວຽດນາມ ເປັນເຈົ້າພາບຈັດຕັ້ງກອງປະຊຸມ APEC. ຄັ້ງທີຫນຶ່ງ ກອງປະຊຸມໄດ້ຈັດຕັ້ງຂຶ້ນຢູ່ ຮ່າໂນ້ຍ ເມື່ອປີ 2006. ໃນຈຳນວນ 21 ພື້ນຖານເສດຖະກິດສະມາຊິກ APEC, 18 ປະເທດສະມາຊິກ ໄດ້ເປັນເຈົ້າພາບຈັດຕັ້ງກອງປະຊຸມ ແລະ ພຽງ 8 ປະເທດແມ່ນຈັດຕັ້ງກອງປະຊຸມເປັນສອງຄັ້ງ. 

ຕອບກັບ

ຂ່າວ/ບົດ​ອື່ນ