APEC 2017: ໃນສາຍຕາພັນລະຍາຂອງບັນດາຫົວໜ້າຄະນະ APEC 2017 ຫວຽດນາມ ແມ່ນປະເທດສ້າງຄວາມປະທັບໃຈ

(VOVWORLD) -  ບັນດາພັນລະຍາ ລ້ວນແຕ່ສະແດງຄວາມສະເທືອນໃຈຕໍ່ການຕ້ອນຮັບອັນອົບອຸ່ນຂອງພັນລະຍາທ່ານປະທານປະເທດ ເຈີ່ນດ້າຍກວາງ ແລະ ຄວາມສະໜິດສະໜົມ, ຮັກແພງແຂກຂອງປະຊາຊົນ ໂຫ້ຍອານ, ແຂວງ ກວາງນາມ
APEC 2017: ໃນສາຍຕາພັນລະຍາຂອງບັນດາຫົວໜ້າຄະນະ APEC 2017 ຫວຽດນາມ ແມ່ນປະເທດສ້າງຄວາມປະທັບໃຈ - ảnh 1 ການເຄື່ອນໄຫວຂອງຄະນະພັນລະຍາ ຢູ່ ໂຫ້ຍອານ

ໃນຂອບເຂດສັບປະດາຂັ້ນສູງ APEC 2017 ຈັດຕັ້ງຢູ່ ດ່ານັ້ງ ແຕ່ວັນທີ 6 -11 ພະຈິກ, ວັນທີ 11 ພະຈິກ, ທ່ານນາງ ຫງວຽນທິທູຫ່ຽນ, ພັນລະຍາຂອງທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ ພ້ອມກັບບັນດາພັນລະຍາຂອງຫົວໜ້າຄະນະບັນດາພື້ນຖານເສດຖະກິດ APEC ໄດ້ໄປຢ້ຽມຢາມຄຸ້ມຖະໜົນເກົ່າ ໂຫ້ຍອານ, ມໍລະດົກວັດທະນະທຳໂລກຂອງ ຫວຽດນາມ. ຈຸດພົ້ນເດັ່ນໃນລາຍການສະແດງສິລະປະຕ້ອນຮັບພັນລະຍາບັນດາພື້ນຖານເສດຖະກິດ APEC ຢູ່ທີ່ນີ້ ແມ່ນການສະແດງຊຸດເສື້ອຍາວ, ຊຸດອາພອນທີ່ເປັນມູນເຊື້ອຂອງ ຫວຽດນາມ…

        ບັນດາພັນລະຍາ ລ້ວນແຕ່ສະແດງຄວາມສະເທືອນໃຈຕໍ່ການຕ້ອນຮັບອັນອົບອຸ່ນຂອງພັນລະຍາທ່ານປະທານປະເທດ ເຈີ່ນດ້າຍກວາງ ແລະ ຄວາມສະໜິດສະໜົມ, ຮັກແພງແຂກຂອງປະຊາຊົນ ໂຫ້ຍອານ, ແຂວງ ກວາງນາມ ແລະ ນະຄອນ ດ່ານັ້ງ ເວົ້າສະເພາະ, ປະຊາຊົນ ຫວຽດນາມ ເວົ້າລວມ ແລະ ສະແດງຄວາມປາຖະໜາຢາກມີໂອກາດໄດ້ກັບຄືນ ຫວຽດນາມ ອີກ.

ຕອບກັບ

ຂ່າວ/ບົດ​ອື່ນ