ASEAN BAC 2020 ສຸມໃສ່ຊຸກຍູ້ບັນດາວິສາຫະກິດຂະໜາດກາງ, ໜ້ອຍ ແລະ ຈຸນລະ

(VOVWORLD) -ອາຊຽນ ດີຈີຕອນ ເພື່ອການພັດທະນາແບບຍືນຍົງ” ແມ່ນຫົວຂໍ້ປີ 2020 ຂອງສະພາທີ່ປຶກສາດຳເນີນທຸລະກິດ ອາຊຽນ (ASEAN BAC) ພາຍຫລັງ ຫວຽດນາມ ຮັບບົດບາດເປັນປະທານຈາກ ຈີນ.

  ຫົວຂໍ້ປີນີ້ ເພື່ອແນໃສ່ສືບຕໍ່ເນັ້ນໜັກເຖິງການກະທົບຂອງສັງກາດດີຈີຕອນ; ສ້າງການພັດທະນາເສດຖະກິດຕິດພັນກັບການພັດທະນາສັງຄົມແບບຍືນຍົງ ແລະ ກວມລວມ. ຫົວຂໍ້ດັ່ງກ່າວ ຍັງສະແດງໃຫ້ເຫັນລັກສະນະນຳໜ້າຂອງປະຊາຄົມວິສາຫະກິດໃນທົດສະວັດໃໝ່, ນັ້ນແມ່ນການປ່ຽນແປງໃໝ່, ຫົວຄິດປະດິດສ້າງ, ມີຈິດໃຈຄວາມຮັບຜິດຊອບ ເພື່ອການພັດທະນາແບບຍືນຍົງຂອງພາກພື້ນ.

        ປີນີ້, ASEAN BAC ຈະສຸມໃສ່ໜູນຊ່ວຍ ແລະ ກະກຽມໃຫ້ແກ່ບັນດາວິສາຫະກິດຂະໜາດໜ້ອຍ ແລະ ຈຸນລະ (MSMEs) - ແມ່ນກຳລັງໜູນການພັດທະນາເສດຖະກິດຕົ້ນຕໍຂອງບັນດາປະເທດ ອາຊຽນ ເພື່ອຊ່ວຍໃຫ້ເຂົາເຈົ້າ ກຽມພ້ອມຮັບມືຕໍ່ບັນດາກາລະໂອກາດ ແລະ ສິ່ງທ້າທາຍທີ່ມາຈາກສັງກາດດີຈີຕອນ; ກໍ່ຄືການປ່ຽນແປງຢ່າງວ່ອງໄວຂອງສະພາບແວດລ້ອມແຫ່ງການດຳເນີນທຸລະກິດ, ເພື່ອພັດທະນາເຕີບໃຫຍ່ເຂັ້ມແຂງ ແລະ ຍືນຍົງກ່ວາ.

ຕອບກັບ

ຂ່າວ/ບົດ​ອື່ນ