ASEAN Post ຍົກອອກບັນດາມາດຕະການສະກັດກັ້ນວິກິດການສະບຽງອາຫານຍ້ອນໂລກລະບາດໂຄວິດ-19

(VOVWORLD) - ບົດຂຽນໄດ້ຮຽກຮ້ອງໃຫ້ປະຊາຄົມສາກົນມີການກະທຳໂດຍທັນທີ ເພື່ອຮັກສາລະບົບສະໜອງທັນຍາຫານທົ່ວໂລກເຄື່ອນໄຫວຢ່າງຕໍ່ເນື່ອງ.
ASEAN Post ຍົກອອກບັນດາມາດຕະການສະກັດກັ້ນວິກິດການສະບຽງອາຫານຍ້ອນໂລກລະບາດໂຄວິດ-19 - ảnh 1(ພາບປະກອບ: Jakarta Post)

ວັນທີ 11 ພຶດສະພາ, ໜັງສືພິມອອນລາຍ The ASEAN Post ໄດ້ລົງບົດຂຽນດ້ວຍຫົວຂໍ້ວ່າ “ໂລກລະບາດໂຄວິດ-19 - ບັນດາປະເທດຄວນສ້າງນະໂຍບາຍຄ້ຳປະກັນດ້ານສະບຽງອາຫານຢ່າງມີປະສິດທິຜົນໂດຍໄວ”, ໃນນັ້ນໄດ້ຍົກອອກບັນດາມາດຕະການຢ່າງຮີບດ່ວນເຊິ່ງບັນດາປະເທດຄວນປະຕິບັດໃນໄລຍະປະຈຸບັນ. ບົດຂຽນໄດ້ຮຽກຮ້ອງໃຫ້ປະຊາຄົມສາກົນມີການກະທຳໂດຍທັນທີ ເພື່ອຮັກສາລະບົບສະໜອງທັນຍາຫານທົ່ວໂລກເຄື່ອນໄຫວຢ່າງຕໍ່ເນື່ອງ. ໃນສະພາບການໂລກລະບາດໂຄວິດ-19 ພວມສົ່ງຜົນສະທ້ອນຢ່າງຮ້າຍແຮງເຖິງຂົງເຂດກະສິກຳ ແລະ ປຸງແຕ່ງທັນຍາຫານ, ລັດຖະບານບັນດາປະເທດ, ໂດຍສະເພາະແມ່ນບັນດາປະເທດດ້ອຍພັດທະນາ, ຄວນປະຕິບັດນະໂຍບາຍໜູນຊ່ວຍສັງຄົມ, ແຈກຢາຍທັນຍາຫານເພື່ອຮັບປະກັນຊີວິດການເປັນຢູ່ຂອງປະຊາຊົນ. ຄຽງຂ້າງນັ້ນ, ຄວນນຳໃຊ້ວິທະຍາສາດເຕັກນິກເພື່ອຮັບໃຊ້ການຜະລິດກະສິກຳໂດຍໄວ ແນໃສ່ປະຕິບັດນະໂຍບາຍສະໜອງ - ຈຳໜ່າຍດ້ວຍຕົນເອງ, ຫຼຸດຜ່ອນການອີ່ງໃສ່ບັນດາແຫຼ່ງນຳເຂົ້າ.

ຕອບກັບ

ຂ່າວ/ບົດ​ອື່ນ