Asia House: ເສດ​ຖະ​ກິດ ຫວຽດ​ນາມ ຈະ​ບັນ​ລຸ​ຜົນ​ງານ​ພົ້ນ​ເດັ່ນ​ໃນ​ປີ 2024

(VOVWORLD) - ວັນທີ 23 ມັງກອນ, ອົງການໃຫ້ຄຳປຶກສານະໂຍບາຍ Asia House (ອັງກິດ), ໄດ້ປະກາດບົດລາຍງານ “ແງ່ຫວັງປະຈຳປີ 2024”, ໃນນັ້ນ ໄດ້ໃຫ້ຂໍ້ສັງເກດວ່າ ພື້ນຖານເສດຖະກິດຫວຽດນາມ ມີຄວາມສາມາດບົ່ມຊ້ອນສືບຕໍ່ພັດທະນາຢ່າງກະໂດດຂັ້ນເມື່ອທຽບໃສ່ກັບບັນດາປະເທດບ້ານໃກ້ເຮືອນຄຽງໃນພາກພື້ນ ໃນປີ 2024.

Asia House: ເສດ​ຖະ​ກິດ ຫວຽດ​ນາມ ຈະ​ບັນ​ລຸ​ຜົນ​ງານ​ພົ້ນ​ເດັ່ນ​ໃນ​ປີ 2024 - ảnh 1ພາບປະກອບ: TTXVN

ໃນບົດລາຍງານ “ແງ່ຫວັງປະຈຳປີ 2024”, Asia House ໄດ້ຕີລາຄາແງ່ຫວັງຂອງ 8 ພື້ນຖານເສດຖະກິດຫຼັກແຫຼ່ງຢູ່ ອາຊີ ລວມມີ: ຈີນ, ອິນເດຍ, ຍີ່ປຸ່ນ, ອິນໂດເນເຊຍ, ຫວຽດນາມ, ມາເລເຊຍ, ໄທ ແລະ ຟີລິບປິນ. ບົດລາຍງານຖືວ່າ ຫວຽດນາມ ແລະ ຟີລິບປິນ ຈະແມ່ນສອງປະເທດ ບັນລຸຜົນງານພົ້ນເດັ່ນໃນປີ 2024. ບົດລາຍງານຕີລາຄາຫວຽດນາມ ມີສະພາບແວດລ້ອມແຫ່ງການເລີ່ມຕົ້ນທຸລະກິດເຕັກໂນໂລຢີພັດທະນາຢ່າງແຮງ ແລະ ການລົງທຶນສາທາລະນະຫຼາຍພໍສົມຄວນເຂົ້າຂົງເຂດປັນຍາປະດິດ (AI) ດ້ວຍໂຄງການຫັນເປັນດີຈີຕອນ ເພື່ອແນໃສ່ນຳບັນດາບໍລິສັດເຕັກໂນໂລຢີ ພາຍໃນປະເທດ ກາຍເປັນບັນດາບໍລິສັດທົ່ວໂລກ. ສູນນະວັດຕະກຳ ແຫ່ງຊາດໄດ້ໜູນຊ່ວຍບັນດາເຕັກໂນໂລຢີບຸກທະລຸໃນຫຼາຍຂົງເຂດ, ໃນຂະນະທີ່ຂະແໜງທະນາຄານ ກໍ່ຕັ້ງໜ້າໃນການທົດລອງ ແລະ ໝູນໃຊ້ AI.

ບົດລາຍງານໃຫ້ຂໍ້ສັງເກດວ່າ ຫວຽດນາມ ກໍ່ແມ່ນປະເທດນຳໜ້າໃນບັນດາໂຄງການ blockchain  ດ້ວຍກ່ວາ 200 ໂຄງການ blockchain   ທີ່ພວມເຄື່ອນໄຫວ, ພ້ອມທັງຜັນຂະຫຍາຍເຕັກໂນໂລຢີ blockchain   ໃນບາງຂົງເຂດຄື: ອາລັກຂາສິນເຊື່ອທາງການຄ້າ ແລະ ການເງິນລະບົບສະໜອງ. ບົດລາຍງານໄດ້ໃຫ້ຂໍ້ສັງເກດວ່າ ຫວຽດນາມ ຈະສືບຕໍ່ສວຍໃຊ້ເຕັກໂນໂລຢີ blockchain   ເພື່ອຍົກສູງປະສິດທິຜົນຂອງຂະແໜງ ການບໍລິການ logistics, ພິເສດແມ່ນສຸມໃສ່ເຂົ້າບັນດາບໍລິສັດຢູ່ນະຄອນ ໂຮ່ຈີມິນ.

ຕອບກັບ

ຂ່າວ/ບົດ​ອື່ນ