ASIAD 19: ພິທີແຫ່ທວນໄຟເລີ່ມຈາກນະຄອນ ຫານເຈົາ (ປະເທດຈີນ)

(VOVWORLD) - ສັ້ນທາງແຫ່ທວນໄຟໄດ້ຮັບການປະດັບປະດາອອກແບບດ້ວຍຫົວຂໍ້ “ຈື໋ຈານ ງາມດັ່ງພາບແຕ້ມ ແລະ ຂະຫຍັນຂັນເຄື່ອນ”, ດ້ວຍຈຸດປະສົງຢາກແນະນຳມໍລະດົກປະຫວັດສາດ - ວັດທະນະທຳ
ASIAD 19: ພິທີແຫ່ທວນໄຟເລີ່ມຈາກນະຄອນ ຫານເຈົາ (ປະເທດຈີນ) - ảnh 1 ມີນັກກິລາລວມທັງໝົດ 106 ຄົນເຂົ້າຮ່ວມການແຫ່ທວນໄຟ
(ພາບ:xinhua)

ວັນທີ 8 ກັນຍາ, ພິທີແຫ່ທວນໄຟຂອງງານມະຫາກຳກິລາ ອາຊີ ຄັ້ງທີ 19 (ASIAD 19) ໄດ້ເລີ່ມເດີນທາງຈາກນະຄອນ ຫານເຈົາ ແລະ ຈະໄດ້ແຫ່ຜ່ານ 10 ສະຖານທີ່ຢູ່ແຂວງ ຈື໋ຈານ ຂອງປະເທດຈີນ. ມີນັກກິລາລວມທັງໝົດ 106 ຄົນເຂົ້າຮ່ວມການແຫ່ທວນໄຟ, ໃນນັ້ນມີບັນດານັກກິລາຊື່ສຽງຂອງປະເທດຈີນ. ທວນໄຟຈະສືບຕໍ່ໄດ້ແຫ່ໄປຜ່ານ 10 ທ້ອງຖິ່ນຢູ່ ປະເທດຈີນ ແລະ ສິ້ນສຸດລົງໃນວັນທີ 10 ກັນຍາ.

        ຜູ້ຕາງໜ້າຄະນະຈັດຕັ້ງໃຫ້ຮູ້ວ່າ: ເສັ້ນທາງແຫ່ທວນໄຟໄດ້ຮັບການປະດັບປະດາອອກແບບດ້ວຍຫົວຂໍ້ “ຈື໋ຈານ ງາມດັ່ງພາບແຕ້ມ ແລະ ຂະຫຍັນຂັນເຄື່ອນ”, ດ້ວຍຈຸດປະສົງຢາກແນະນຳມໍລະດົກປະຫວັດສາດ - ວັດທະນະທຳ, ທິວທັດທຳມະຊາດຂອງແຂວງ ຈື໋ຈານ, ກໍ່ຄືຄວາມຮັກແພງແຂກຄົນຂອງປະຊາຊົນຢູ່ທ້ອງຖິ່ນ. ຄາດວ່າ, ASIAD 19 ຈະແມ່ນງານມະຫາກຳກິລາ ອາຊີ ໃຫຍ່ທິ່ສຸດນັບແຕ່ກ່ອນມາ ດ້ວຍການເຂົ້າຮ່ວມຂອງນັກກິລາ 12.500 ຄົນມາຈາກ 45 ປະເທດ ແລະ ເຂດແຄ້ວນ. ASIAD 19 ອາດຈະມີທັງໝົດ 40 ປະເພດກິລາ ດ້ວຍ 481 ລາຍການແຂ່ງຂັນ. ນີ້ແມ່ນເຫດການກິລາມີຂອບຂະໜາດໃຫຍ່ທີສອງໃນໂລກ, ຖັດຈາກ Olympic ລະດູຮ້ອນ. ນີ້ແມ່ນຄັ້ງທີ 3 ທີ່ ຈີນ ເປັນເຈົ້າພາບຈັດ ASIAD, ພາຍຫຼັງທີ່ເປັນເຈົ້າພາບຈັດເຫດການກິລານີ້ໃນປີ 1990 ແລະ 2010.

ຕອບກັບ

ຂ່າວ/ບົດ​ອື່ນ