Asiatimes: ເສດ​ຖະ​ກິດ ຫວຽດ​ນາມ ຈະ​ຟື​້ນ​ຟູ​ໂດຍ​ໄວ

(VOVWORLD) -ບົດຂຽນທີ່ຫາກໍເອົາລົງໃນເວັບໄຊ  Asiatimes ໄດ້ໃຫ້ຂໍ້ສັງເກດວ່າ ເຖິງວ່າໂລກລະບາດໂຄວິດ - 19 ພວມມີການຜັນແປຢ່າງສັບສົນຄືນໃໝ່ກໍຕາມ ແຕ່ໃນໄລຍະຍາວ, ບັນດານັກຊ່ຽວຊານ ຍັງຄົງເຊື່ອໝັ້ນວ່າ ພື້ນຖານເສດຖະກິດຂອງ ຫວຽດນາມ ຈະຟື້ນຟູໂດຍໄວ ພາຍຫຼັງການກັບມາແຜ່ລະບາດໃນຄັ້ງນີ້.
Asiatimes: ເສດ​ຖະ​ກິດ ຫວຽດ​ນາມ ຈະ​ຟື​້ນ​ຟູ​ໂດຍ​ໄວ - ảnh 1 (ພາບປະກອບ: TTXVN)

        ບົດຂຽນໄດ້ໃຫ້ຂໍ້ສັງເກດວ່າ ຫວຽດນາມ ຍັງຄົງບັນລຸຜົນສຳເລັດໃນວຽກງານປ້ອງກັນ, ສະກັດກັ້ນໂລກລະບາດ ເຖິງວ່າໄດ້ປະເຊີນໜ້າກັບຄວາມຫຍຸ້ງຍາກຫຼາຍຢ່າງກໍຕາມ. ບົດຂຽນກໍໄດ້ຄັດສະເໜີຄຳເວົ້າຂອງ ທ່ານ Kenneth Atkinson, ຜູ້ຮ່ວມກໍ່ຕັ້ງບໍລິສັດການບັນຊີສາກົນ Grant Thornton  ແລະ ຮອງປະທານສະພາທີ່ປຶກສາຂະແໜງການທ່ອງທ່ຽວ ຢູ່ຫວຽດນາມ ໂດຍໃຫ້ຮູ້ວ່າ: ໃນການກັບມາແຜ່ລະບາດໃນຄັ້ງໃໝ່ນີ້ ໄດ້ເຮັດໃຫ້ການເປີດປະຕູດ່ານຊາຍແດນມີຄວາມລະມັດລະວັງກວ່າ ແລະ ນີ້ກໍແມ່ນສິ່ງທ້າທາຍໃຫຍ່ທີ່ສຸດສຳລັບບັນດາບໍລິສັດທີ່ຢາກຟື້ນຟູບັນດາການເຄື່ອນໄຫວການທ່ອງທ່ຽວ ແລະ ການໂຮງແຮມ. ເຖິງຢ່າງໃດກໍຕາມ, ຂະແໜງການທ່ອງທ່ຽວພາຍໃນປະເທດ ອາດຈະນຳມາເຊິ່ງຄວາມຫວັງໃຫ້ແກ່ຂົງເຂດການທ່ອງທ່ຽວ ແລະ ການໂຮງແຮມ.

        ທ່ານ Kenneth Atkinson ຫວັງວ່າ ສັນຍາການຄ້າເສລີລະຫວ່າງ ຫວຽດນາມ ແລະ ສະຫະພາບເອີຣົບ (EVFTA) ຫາກໍ່ມີຜົນສັກສິດຫວ່າງມໍ່ໆມານີ້ ຈະດຶງດູດນັກລົງທຶນຕ່າງປະເທດ ແລະ ບາງບໍລິສັດ ເອີຣົບ ຈະດຳເນີນການຜະລິດຢູ່ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ