Brexitກໍ່ໃຫ້ເກີດການກະທົບຫລາຍຢ່າງຕໍ່ເສດຖະກິດອັງກິດ

Brexitກໍ່ໃຫ້ເກີດການກະທົບຫລາຍຢ່າງຕໍ່ເສດຖະກິດອັງກິດ - ảnh 1
ພາບ​ປະ​ກອບ
 (vovworld)- ​ວັນ​ທີ 23/6, ຢູ່ ອັງ​ກິດ ໄດ້​ດຳ​ເນີນ​ການ​ລົງ​ປະ​ຊາ​ມະ​ຕິ​ກ່ຽວ​ກັບ​ເລື່ອງ ຈະ​ອອກ​ຈາກສະ​ຫະ​ພາບ​ເອີ​ລົບ (EU) ຫລ​ືບໍ່ (ເອີ້ນ​ວ່າ Brexit). ໃນ​ສະ​ພາບ​ການ​ນັ້ນ, ບັນ​ດາ​ອົງ​ການ​ເສດ​ຖະ​ກິດ, ການ​ເງິນ, ເງິ​ນ​ຕາ​ແຖວ​ຫນ້າ​ຂອງ​ໂລກ​ພ້ອມ​ກັບ​ບັນ​ດາ​ທະ​ນາ​ຄານ​ສູນ​ກາງ ແລະ ບັນ​ດາ​ຜູ້​ຊ່ຽວ​ຊານ​ໄຈ້​ແຍກ​ເສດ​ຖະ​ກິດ ໄດ້​ຍົກ​ອອກ​ຄຳ​ກ່າວ​ເຕືອນ ແລະ ຄາດ​ຄະ​ເນ​ຫລາ​ຍ​ຢ່າງ​ກ່ຽວ​ກັບ​ການ​ກະ​ທົບ​ກໍ​ຄື​ຜົນ​ຮ້າຍ​ຢ້ອນ​ຫລັງ​ໃນ​ໄລ​ຍະ​ສັ້ນ ແລະ ໄລ​ຍະ​ກາງ ຖ້າ​ຫາກ ແຜນ​ການ Brexit ເກີດ​ຂຶ້ນ. ​ກ່ຽວ​ກັບສະ​ກຸ​ນ​ເງິນ​ປອນ​ຂອງ​ອັງ​ກິດ, ບັນ​ດາ​ຜູ້​ຊ່ຽວ​ຊານ​ດ້ານ​ເງິນ​ຕາ ສ່ວນ​ຫລາຍ​ໄດ້​ຄາດ​ຄະ​ເນ​ວ່າ ເງິນ​ປອນ​ຂອງ​ອັງ​ກິດ ຈະ​ອ່ອນ​ຕົວ​ລົງ​ແຕ່ 18-20%, ພິ​ເສດ ຜູ້​ຊ່ຽວ​ຊານ​ບາງ​ທ່ານ​ຍັງ​ຄາດ​ຄະ​ເນ​ວ່າ ລະ​ດັບ​ອ່ອນ​ຕົວ​ອາ​ດ​ຈະ​ຂຶ້ນ​ເຖິງ 30% ຖ້າ​ຫາກ​ອັງ​ກິດ ​ຖອນອອກ​ຈາກ EU. ກ່ຽວ​ກັບ​ວຽກ​​ເຮັດ​ງານ​ທຳ, ​ທ່ານ Angus Armstrong, ຜູ​້​ຊ່ຽວ​ຊານ​ດ້ານ​ເສດ​ຖະ​ກິດ​ມະ​ຫາ​ພາກ ສັງ​ກັດ​ສະ​ຖາ​ບັນ​ຄົ້ນ​ຄ້​ວາ​ເສດ​ຖະ​ກິດ ແລະ ສັງ​ຄົມ​ແຫ່ງ​ຊາດ ຖື​ວ່າ: ວຽກ​ເຮັດ​ງານ​ທຳ​ໃນ​ຂົງ​ເຂດ​ບໍ​ລິ​ການ ແລະ ບັນ​ດາ​ຂົງ​ເຂດ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຈາ​ກ​ການ​​ເຄື່ອນ​ຍ້າຍ​ແຮງ​ງານ​ນອກ​ລະ​ບົບ​ອາດ​ຈະ​ສົ່ງ​ຜົນ​ກະ​ທົບຫລາຍ​ສຸດ​ໃນ​ກໍ​ລະ​ນີ ປະ​ເທດ​ອັງ​ກິດ ອອກ​ຈາກ EU. ກ່ຽວ​ກັບ​ອະ​ສັງ​ຫາ​ລິ​ມະ​ຊັບ ແລະ ຊັບ​ສິນ, ຕາມ​ການ​ຄ​ິ​ດ​ໄລ່​ເອກ​ະ​ລາດ​ຂອງ​ກະ​ຊວງ​ການ​ເງິນ ອັງ​ກິດ, ລາ​ຄາ​ເຮືອນ​ຢູ່​ຈະ​ຫລຸດ​ລົງ 10-18% ໃນ​ປີ 2018 ແລະ ຈຳ​ນວນ​ຜູ້​ຈ່າວ​ຂາຍ​ກໍ​ຈະ​ຫລຸດ​ລົງ. ໃນ​ຂະ​ນະ​ນັ້ນ, ໝາກ​ຜົນ​ການ​ສຳ​ຫລວດ​ຂອງ ສະ​ຫະ​ສະ​ມາ​ຄົມ​ບັນ​ດາ​ໂຮງ​ຈັກ​ຜະ​ລິດ ແລະ ຄ້າ​ຂາຍ​​ລົດໂອ​ໂຕ ອັງ​ກິດ​ໃຫ້​ເຫັນ​ວ່າ ມີ 3/4ຈຳ​ນວນ​ບໍ​ລິ​ສັດ​ຫລາຍ​ປະ​ເທດ​ເຄື່ອນ​ໄຫວ​ຢູ່​ອັງ​ກິດ​ຖືກ​ຖາມ​ລ້ວນ​ແຕ່​ຖື​ວ່າ Brexit ຈະ​ສົ່ງ​ຜົນ​ສະ​ທ້ອນບໍ່​ດີ​ເຖິງ​ການ​ເຄື່ອນ​ໄຫວ​ດຳ​ເນີນ​ທຸ​ລະ​ກິດ​ຂອງ​ເຂົາ​ເຈົ້າ ແລະ ບັນ​ດາ​ບໍ​ລິ​ສັດ​ຜະ​ລິດ​ລົດ​ໂອ​ໂຕ​ແຖວ​ຫນ້າ​ຂອງ​ໂລກ ໃນ​ນັ້ນ ມີ Toyota, BMW, Vauxhall ລ້ວນ​ແຕ່​ອອກ​ສຽງ​ສະ​ຫນັບ​ສະ​ຫນູນ ເລື່ອງ​​ອັງ​ກິດຈະ​ຢູ່​ຄືນ​ໃນ​ EU.

 

 

 

 

ຕອບກັບ

ຂ່າວ/ບົດ​ອື່ນ