Buhtan ໃຫ້​ບຸ​ລິ​ມະ​ສິດ​ຊຸກ​ຍູ້​ການ​ພົວ​ພັນ​ສອງ​ຝ່າຍ ກັບ​ຫວຽດ​ນາມ

(VOVWORLD) - ທ່ານຮອງລັດຖະມົນຕີ ໂດຮຸ່ງວຽດ ໄດ້ຕີລາຄາກການພົວພັນ ຫວຽດນາມ - Bhutan ພວມມີການພັດທະນາຢ່າງດີງາມ ແລະ ສະເໜີສອງຝ່າຍເພີ່ມທະວີການແລກປ່ຽນຄະນະຂັ້ນສູງ ແລະ ທຸກຂັ້ນໃນໄລຍະຈະມາເຖິງ.
Buhtan ໃຫ້​ບຸ​ລິ​ມະ​ສິດ​ຊຸກ​ຍູ້​ການ​ພົວ​ພັນ​ສອງ​ຝ່າຍ ກັບ​ຫວຽດ​ນາມ - ảnh 1ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ, ໂດຮຸ່ງວຽດ ໄດ້ໃຫ້ການຕ້ອນຮັບທ່ານ Kinzang Dorji ເອກອັກຄະລັດຖະທູດ ລາຊະອານາຈັກ Bhutan (ພາບ: ຊວັນເຊີນ)

ວັນທີ 19 ກັນຍາ, ຢູ່ຮ່າໂນ້ຍ, ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ, ໂດຮຸ່ງວຽດ ໄດ້ໃຫ້ການຕ້ອນຮັບທ່ານ Kinzang Dorji ເອກອັກຄະລັດຖະທູດ ລາຊະອານາຈັກ Bhutan ປະຈຳໄທ ທັງຮັບຜິດຊອບປະຈຳ ຫວຽດນາມ, ເນື່ອງໃນໂອກາດທ່ານເອກອັກຄະລັດຖະທູດ ມາຫວຽດນາມ ຍື່ນສານຕາຕັ້ງ. ທ່ານ  Kinzang Dorji ແມ່ນເອກອັກຄະລັດຖະທູດຄົນທຳອິດຂອງ Bhutan ມາຫວຽດນາມເພື່ອຍື່ນສານຕາຕັ້ງນັບແຕ່ເວລາສອງປະເທດສ້າງຕັ້ງການພົວພັນທາງການທູດໃນປີ 2012.

ທ່ານຮອງລັດຖະມົນຕີ ໂດຮຸ່ງວຽດ ໄດ້ຕີລາຄາກການພົວພັນ ຫວຽດນາມ - Bhutan ພວມມີການພັດທະນາຢ່າງດີງາມ, ທ່ານສະເໜີສອງຝ່າຍເພີ່ມທະວີການແລກປ່ຽນຄະນະຂັ້ນສູງ ແລະ ທຸກຂັ້ນໃນໄລຍະຈະມາເຖິງ. ທ່ານຮອງລັດຖະມົນຕີ ກໍ່ສະແດງຄວາມຊົມເຊີຍຕໍ່ເລື່ອງ ສອງຝ່າຍເພີ່ມທະວີການເຊື່ອມຕໍ່, ເປີດກວ້າງການຮ່ວມມືທາງດ້ານວັດທະນະທຳ, ການທ່ອງທ່ຽວ. ທ່ານໂດຮຸ່ງວຽດ ໃຫ້ຮູ້ວ່າ ຫວຽດນາມ ພ້ອມແລ້ວທີ່ຈະສົ່ງອອກບັນດາຜະລິດຕະພັນທີ່ເປັນທ່າແຮງໄປຍັງ Bhutan ຄື: ຜະລິດຕະພັນກະເສດ, ສະບຽງອາຫານ, ສິນທະເລ, ສິນໃນນ້ຳ, ເຄື່ອງຈັກກະສິກຳ, ເອເລັກໂຕນິກ, ລົດໄຟຟ້າ; ພ້ອມທັງແບ່ງປັນວ່າ ຫວຽດນາມ ມີວິສາຫະກິດໃຫຍ່ຫຼາຍແຫ່ງທີ່ມີກຳລັງຄວາມສາມາດ, ອາດຈະໄປລົງທຶນຢູ່ Bhutan ໃນບັນດາຂົງເຂດຄື: ພື້ນຖານໂຄງລ່າງ, ໂທລະຄົມມະນາຄົມ, ການບໍລິການ. ທ່ານຮອງລັດຖະມົນຕີ ສະເໜີ ທ່ານເອກອັກຄະລັດຖະທູດ ຕັ້ງໜ້າແລກປ່ຽນ, ເຊື່ອມຕໍ່ລະຫວ່າງບັນດາອົງການ, ກະຊວງ, ຂະແໜງການ, ວິສາຫະກິດສອງປະເທດ ເພື່ອຊຸກຍູ້ບັນດາກາລະໂອກາດຮ່ວມມືສອງຝ່າຍ.

ສ່ວນທ່ານເອກອັກຄະລັດຖະທູດ Kinzang Dorji ເນັ້ນໝັກວ່າ Bhutan ຍາມໃດກໍ່ຖືຫວຽດນາມ ແມ່ນໜຶ່ງໃນບັນດາປະເທດ ບຸລິມະສິດເພື່ອຊຸກຍູ້ການພົວພັນສອງຝ່າຍກໍ່ຄືປາດຖະໜາຢາກຮ່ຳຮຽນບົດຮຽນປະສົບການພັດທະນາຂອງ ຫວຽດນາມ. ທ່ານເອກອັກຄະລັດຖະທູດປາດຖະໜາຢາກຊຸກຍູ້ຄວາມສາມາດບົ່ມຊ້ອນ ແລະ ກາລະໂອກາດຮ່ວມມືສອງປະເທດໃນບັນດາຂົງເຂດການຄ້າ, ການລົງທຶນ, ວັດທະນະທຳ, ການສຶກສາ, ການທ່ອງທ່ຽວ, ການຮ່ວມມືກ່ຽວກັບສາສະໜາພຸດ.

ຕອບກັບ

ຂ່າວ/ບົດ​ອື່ນ