COP28: ອາເມລິກາ ໃຫ້ຄຳໝັ້ນສັນຍາປະກອບຈຳນວນເງິນ 3 ຕື້ໂດລາສະຫະລັດ ໃຫ້ແກ່ກອງທຶນດິນຟ້າອາກາດສີຂຽວ

(VOVWORLD) - ຄະນະບໍລິຫານກອງທຶນດິນຟ້າອາກາດ ສີຂຽວໃຫ້ຮູ້ວ່າ: ກອງທຶນນີ້ໄດ້ຮັບຄຳໝັ້ນສັນຍາປະກອບຈຳນວນເງິນ 9,3 ຕື້ໂດລາສະຫະລັດຂອງ 25 ປະເທດໃນໂລກ
COP28: ອາເມລິກາ ໃຫ້ຄຳໝັ້ນສັນຍາປະກອບຈຳນວນເງິນ 3 ຕື້ໂດລາສະຫະລັດ ໃຫ້ແກ່ກອງທຶນດິນຟ້າອາກາດສີຂຽວ - ảnh 1ທ່ານນາງຮອງປະທານາທິບໍດີ ອາເມລິກາ Kamala Harris 
(ພາບ:AFP/TTXVN)

ວັນທີ 2 ທັນວາ, ທ່ານນາງຮອງປະທານາທິບໍດີ ອາເມລິກາ Kamala Harris ໃຫ້ຮູ້ວ່າ:  ປະເທດນີ້ໃຫ້ຄຳໝັ້ນສັນຍາຈະປະກອບຈຳນວນເງິນ 3 ຕື້ໂດລາສະຫະລັດ ໃຫ້ແກ່ກອງທຶນດິນຟ້າອາກາດສີຂຽວ. ທ່ານນາງ Harris ໄດ້ຍົກອອກຄຳໝັ້ນສັນຍາດັ່ງກ່າວ ເມື່ອກ່າວຄຳເຫັນທີ່ກອງປະ ຊຸມຄັ້ງທີ 28 ບັນດາຝ່າຍເຂົ້າຮ່ວມສົນທິສັນຍາແມ່ຂອງ ສປຊ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (COP28), ພວມຈັດຂຶ້ນຢູ່ ດູບາຍ, ສະຫະລັດ ອາຣັບ ເອມີເລັດ. ທ່ານນາງ ເນັ້ນໜັກວ່າ: ອາເມລິກາ ຈະປະກອບບ້ວງເງິນດັ່ງກ່າວ ໃຫ້ແກ່ກອງທຶນດິນຟ້າອາກາດສີຂຽວ ເພື່ອແນໃສ່ຊ່ວຍເຫຼືອບັນດາປະເທດພວມພັດທະນາອາດສາມາດ ສຳຜັດກັບແຫຼ່ງທຶນທີ່ເຂົາເຈົ້າຕ້ອງການ ເພື່ອລົງທຶນເຂົ້າຂົງເຂດພະລັງງານສະອາດ, ບັນດາມາດຕະການອີງໃສ່ທຳມະຊາດ ແລະ ຄວາມສາມາດຮັບມືກັບຜົນສະທ້ອນຂອງການປ່ຽນແປງຂອງດິນຟ້າອາກາດ.

ກ່ອນໜ້ານັ້ນ, ວັນທີ 5 ຕຸລາ, ຄະນະບໍລິຫານກອງທຶນດິນຟ້າອາກາດ ສີຂຽວໃຫ້ຮູ້ວ່າ: ກອງທຶນນີ້ໄດ້ຮັບຄຳໝັ້ນສັນຍາປະກອບຈຳນວນເງິນ 9,3 ຕື້ໂດລາສະຫະລັດຂອງ 25 ປະເທດໃນໂລກ, ເພື່ອຊ່ວຍເຫຼືອດ້ານ ການເງິນໃຫ້ແກ່ບັນດາປະເທດມີຄວາມສ່ຽງໄພສູງກ່ວາເພິ່ນ ຕໍ່ໜ້າບັນດາຜົນສະທ້ອນຂອງການປ່ຽນແປງຂອງດິນຟ້າອາກາດ.

ຕອບກັບ

ຂ່າວ/ບົດ​ອື່ນ