CPTPP ຈະແມ່ນກຳລັງຊຸກຍູ້ສຳລັບການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ຫວຽດນາມ - ຈີເລ

(VOVWORLD) - ນີ້ແມ່ນຄຳຢືນຢັນຂອງທ່ານ ຫງວຽນງອັກເຊີນ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຈີເລ ໃນການຕອບສຳພາດຕໍ່ສື່ມວນຊົນ ຈີເລ

CPTPP ຈະແມ່ນກຳລັງຊຸກຍູ້ສຳລັບການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ຫວຽດນາມ - ຈີເລ - ảnh 1 ການສຳພາດທ່ານ ຫງວຽນງອັກເຊີນ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຈີເລ

(ພາບ: Pham Huan/VOV)

ສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມ ປາຊີຟິກ (CPTPP), ເຊິ່ງທັງ ຫວຽດນາມ ແລະ ຈີເລ ເປັນສະມາຊິກ ຫາກໍ່ໄດ້ຮັບການລົງນາມນັ້ນ, ຈະແມ່ນກຳລັງຊຸກຍູ້ຕື່ມອີກເພື່ອສາມາດຍູ້ແຮງ ແລະ ຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນລະຫວ່າງ 2 ປະເທດກ່ວາອີກ. ນີ້ແມ່ນຄຳຢືນຢັນຂອງທ່ານ ຫງວຽນງອັກເຊີນ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຈີເລ ໃນການຕອບສຳພາດຕໍ່ສື່ມວນຊົນ ຈີເລ. ຕາມທ່ານເອກອັກຄະລັດຖະທູດ ຫງວຽນງອັກເຊີນ ແລ້ວ, ການພົວພັນມິດຕະພາບ ແລະ ຄູ່ຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ ແລະ ຈີເລ ພັດທະນາຢ່າງຕັ້ງໜ້າຢູ່ທຸກໆຂົງເຂດໃນຫຼາຍປີຜ່ານມາ. 2 ປະເທດໄດ້ເຊັນທຸກໆສັນຍາທີ່ຈຳເປັນເພື່ອສ້າງກອບກົດໝາຍທີ່ໝັ້ນຄົງໜັກແໜ້ນໃຫ້ແກ່ການພັດທະນາການຮ່ວມມືເສດຖະກິດ 2 ຝ່າຍ, ໃນນັ້ນມີສັນຍາການຄ້າເສລີ (FTA) ປີ 2012. 2 ປະເທດກໍ່ໄດ້ສ້າງຕັ້ງກົນໄກກ່ຽວກັບການເຈລະຈາດ້ານການເມືອງ, ເສດຖະກິດ, ຈັດຕັ້ງກອງປະຊຸມໄລຍະໃນແຕ່ລະປີເພື່ອຕີລາຄາບັນດາຂົງເຂດຮ່ວມມື, ພ້ອມທັງກຳນົດທິດທາງແຫ່ງການພັດທະນາໃຫ້ຊຸມປີຕໍ່ໄປ. ທ່ານເອກອັກຄະລັດຖະທູດ ຫງວຽນງອັກເຊີນ ເນັ້ນໜັກວ່າ: 2 ປະເທດລ້ວນແຕ່ແມ່ນບັນດາພື້ນຖານເສດຖະກິດເປີດ, ໃນນັ້ນ ສັນຍາ CPTPP ຈະແມ່ນກຳລັງຊຸກຍູ້ເພື່ອເປີດກ້ວາງ ແລະ ຊຸກຍູ້ການພົວພັນດ້ານເສດຖະກິດ, ການຄ້າ ແລະ ການລົງທຶນກ່ວາອີກ.

ຕອບກັບ

ຂ່າວ/ບົດ​ອື່ນ