CPTPP ນຳມາເຊິ່ງທ່າໄດ້ປຽບການແກ້ງແຍ້ງໃນພາກພື້ນໃຫ້ມາເລເຊຍ

(VOVWORLD) -ວັນທີ 12 ມີນາ, ສະຫະພັນບັນດາຜູ້ຜະລິດ ມາເລເຊຍ (FMM) ໃຫ້ຂໍ້ສັງເກດວ່າ ສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າ ຂ້າມປາຊີຟິກ (CPTPP) ທີ່ຫາກໍໄດ້ລົງນາມ ຈະນໍາມາ ເຊິ່ງທ່າໄດ້ປຽບການແກ້ງແຍ້ງໃນພາກພື້ນໃຫ້ມາເລເຊຍ, ພ້ອມທັງກໍ່ສ້າງຄວາມໄວ້ເນື້ອເຊື່ອໃຈໃຫ້ແກ່ບັນດານັກລົງທຶນ.
CPTPP ນຳມາເຊິ່ງທ່າໄດ້ປຽບການແກ້ງແຍ້ງໃນພາກພື້ນໃຫ້ມາເລເຊຍ - ảnh 1 ການນຳບັນດາປະເທດເຂົ້າຮ່ວມ  CPTPP (ພາບ: TTXVN)

 ສະຫະພັນດັ່ງກ່າວຖືວ່າ ສັນຍາ CPTPP ຈະໜູນຊ່ວຍຫັນບັນດາປະເພດຜະລິດຕະພັນ ສົ່ງອອກຂອງມາເລເຊຍໃຫ້ເປັນຫຼາຍຮູບຫຼາຍແບບ. ຄຽງຂ້າງນັ້ນ, ບັນດາຄວາມປະນິປະນອມກ່ຽວກັບ ພາສີອາກອນ ແມ່ນບັນດາສະມາຊິກ CPTPP ໄດ້ເຫັນດີເປັນເອກະພາບ ຈະຊ່ວຍເພີ່ມທະວີການສົ່ງອອກໃນຂົງເຂດ ໄຟຟ້າ ແລະ ເອເລັກໂຕນິກ ເຊິ່ງເປັນຂົງເຂດທີ່ມີການປະກອບສ່ວນສໍາຄັນຕໍ່ການສົ່ງອອກຂອງມາເລເຊຍ. ນອກຈາກນັ້ນ, ສັນຍາ CPTPP ຍັງອະນຸຍາດໃຫ້ບັນດາຜູ້ຜະລິດມາເລເຊຍໄດ້ມີແຫຼ່ງນໍາເຂົ້າວັດຖຸດິບທີ່ຫຼາຍ ຮູບຫຼາຍແບບ ແລະ ມີຄຸນນະພາບດີກວ່່າຈາກຍີ່ປຸ່ນ ແລະ ແມັກຊີໂກ.

        ສັນຍາ CPTPPໄດ້ລົງນາມໃນວັນທີ 8 ມີນາ ຢູ່ຈີເລ, ລະຫວ່າງ 11 ປະເທດສະມາຊິກ ເຊິ່ງລວມມີ ອົດສະຕາລີ, ການາດາ, ຈີເລ,ຍີ່ປຸ່ນ, ມາເລເຊຍ, ເມັກຊີໂກ, ນິວຊີແລນ, ເປຣູ, ສິງກະໂປ, ປຣູໄນ ແລະ ຫວຽດນາມ. ສະຖາບັນຄົ້ນຄວ້າເສດຖະກິດສາກົນ Peterson  ຄາດວ່າ ສັນຍາ CPTPP ຈະຊ່ວຍໃຫ້ GDP ຂອງຫວຽດນາມ, ມາເຊເຊຍ,ສິງກະໂປ ແລະ ບູຣໄນເພີ່ມຂຶ້ນຕື່ມ 2%  ໃນປີ 2030.


ຕອບກັບ

ຂ່າວ/ບົດ​ອື່ນ