EC ຮັບຮູ້​ໃບ​ຢັ້ງ​ຢືນ​ເຕັກ​ນິກ​ດີ​ຈີ​ຕອນ ກ່ຽວ​ກັບ​ການ​ສັກ​ວັກ​ຊິນ​ກັນ ໂຄວິດ - 19 ຂອງ ຫວຽດ​ນາມ

(VOVWORLD) -ວັນທີ 15 ພຶດສະພາ ຢູ່ນະຄອນຫຼວງ ບຣຸກແຊນ, ປະເທດ ແບນຊິກ, ຄະນະກຳມະການເອີຣົບ (EC) ໄດ້ຮັບຮອງເອົາຂໍ້ຕົກລົງ 3 ສະບັບໂດຍຢັ້ງຢືນວ່າ ໃບຢັ້ງຢືນເຕັກນິກດີຈີຕອນ ກ່ຽວກັບໂຄວິດ - 19 ໂດຍ ຫວຽດນາມ, ອິນໂດເນເຊຍ ແລະ ເຊແຊນ ອອກໃຫ້ ແມ່ນມີຄຸນຄ່າຄືກັນກັບ ໃບຢັ້ງຢືນເຕັກນິກດີຈີຕອນ ກ່ຽວກັບໂຄວິດ - 19 ຂອງ  ສະຫະພາບເອີຣົບ (ອີຢູ). 
EC ຮັບຮູ້​ໃບ​ຢັ້ງ​ຢືນ​ເຕັກ​ນິກ​ດີ​ຈີ​ຕອນ ກ່ຽວ​ກັບ​ການ​ສັກ​ວັກ​ຊິນ​ກັນ ໂຄວິດ - 19 ຂອງ ຫວຽດ​ນາມ - ảnh 1(ພາບປະກອບ: TTXVN)

ວັນທີ 15 ພຶດສະພາ ຢູ່ນະຄອນຫຼວງ ບຣຸກແຊນ, ປະເທດ ແບນຊິກ, ຄະນະກຳມະການເອີຣົບ (EC) ໄດ້ຮັບຮອງເອົາຂໍ້ຕົກລົງ 3 ສະບັບໂດຍຢັ້ງຢືນວ່າ ໃບຢັ້ງຢືນເຕັກນິກດີຈີຕອນ ກ່ຽວກັບໂຄວິດ - 19 ໂດຍ ຫວຽດນາມ, ອິນໂດເນເຊຍ ແລະ ເຊແຊນ ອອກໃຫ້ ແມ່ນມີຄຸນຄ່າຄືກັນກັບ ໃບຢັ້ງຢືນເຕັກນິກດີຈີຕອນ ກ່ຽວກັບໂຄວິດ - 19 ຂອງ  ສະຫະພາບເອີຣົບ (ອີຢູ).  ດັ່ງນັ້ນ, ສາມປະເທດນີ້ ຈະໄດ້ເຊື່ອມຕໍ່ກັບລະບົບຂອງ ສະຫະພາບເອີຣົບ ແລະ ສະຫະພາບເອີຣົບ ຈະຍອມຮັບໃບຢັ້ງຢືນກ່ຽວກັບໂຄວິດ - 19 ຂອງບັນດາປະເທດນີ້ ດ້ວຍເງື່ອນໄຂຄືກັນກັບໃບຢັ້ງຢືນເຕັກນິກດີຈີຕອນກ່ຽວກັບໂຄວິດ - 19.

ສິ່ງດັ່ງກ່າວໝາຍຄວາມວ່າ ຜູ້ໃດທີ່ຖືໃບຢັ້ງຢືນໂດຍ ອິນໂດເນເຊຍ, ເຊແຊນ ແລະ ຫວຽດນາມ ອອກໃຫ້ ສາມາດນຳໃຊ້ມັນໃນເງື່ອນໄຂຄືກັນກັບຜູ້ຖືໃບຢັ້ງຢືນເຕັກນິກດີຈີຕອນກ່ຽວກັບໂຄວິດ - 19 ຂອງ ອີຢູ. ຂໍ້ຕົກລົງເຫຼົ່ານັ້ນຂອງ EC ມີຜົນສັກສິດແຕ່ວັນທີ 11 ພຶດສະພາ ເປັນຕົ້ນໄປ.

ຕອບກັບ

ຂ່າວ/ບົດ​ອື່ນ