EU ຈັດ​ແບ່ງ​ເງິນ​ເປັນ​ຈຳ​ນວນ 160 ລ້ານ​ເອີ​ໂຣ ເພື່ອ​ຊ່ວຍ ຢູ​ແກຼນ ຟື້ນ​ຟູ​ຂະ​ແໜງ​ພະ​ລັງ​ງານ

(VOVWORLD) - ທ່ານນາງ Ursula von der Leyen ປະທານຄະນະກຳມະການເອີລົບ (EC) ໄດ້ຖະແຫຼງວ່າ ສະຫະພາບເອີລົບ (EU) ຈະຈັດແບ່ງເງິນຈຳນວນ 160 ລ້ານ ເອີໂຣ (ປະມານ 177 ລ້ານ USD) ເພື່ອຊ່ວຍຢູແກຼນ ຟື້ນຟູຂະແໜງພະລັງງານ. 
EU ຈັດ​ແບ່ງ​ເງິນ​ເປັນ​ຈຳ​ນວນ 160 ລ້ານ​ເອີ​ໂຣ ເພື່ອ​ຊ່ວຍ ຢູ​ແກຼນ ຟື້ນ​ຟູ​ຂະ​ແໜງ​ພະ​ລັງ​ງານ - ảnh 1(ພາບ:  Vietnam +)

ວັນທີ 19 ກັນຍາ, ທ່ານນາງ Ursula von der Leyen ປະທານຄະນະກຳມະການເອີລົບ (EC) ໄດ້ຖະແຫຼງວ່າ ສະຫະພາບເອີລົບ (EU) ຈະຈັດແບ່ງເງິນຈຳນວນ 160 ລ້ານ ເອີໂຣ (ປະມານ 177 ລ້ານ USD) ເພື່ອຊ່ວຍຢູແກຼນ ຟື້ນຟູຂະແໜງພະລັງງານ. ບ້ວງເງິນນີ້ຈະເອົາຈາກຊັບສິນພວມຖືກອາຍັດຂອງຝ່າຍລັດເຊຍ, ລວມມີການໜູນຊ່ວຍກ່ຽວກັບບ່ອນພັກອາໄສ 60 ລ້ານເອີໂຣ ແລະ ເງິນເພື່ອສ້ອມແປງກິດຈະກຳ ແລະ ສະໜອງພະລັງງານທົດແທນປະທານ 100 ລ້ານ ເອີໂຣ.

ເຈົ້າໜ້າທີ່ EU ກໍ່ໃຫ້ຮູ້ວ່າ ໂຮງງານໄຟຟ້າແຫ່ງໜຶ່ງ ພວມຖືກຮື້ມ້າງຢູ່ ລິດວາ ແລະ ຈະໄດ້ກໍ່ສ້າງຄືນຢູ່ ຢູແກຼນ ເຊິ່ງແມ່ນສະຖານທີ່ມີ 80%ໂຮງງານໄຟຟ້າພະລັງງານຄວາມຮ້ອນຖືກທຳລາຍ. EU ວາງເປົ້າໝາຍຟຶ້ນຟູ 3,5 GW ສະມັດຕະພາບໄຟຟ້າ, ໝາຍຄວາມວ່າ 15% ຄວາມຕ້ອງການຂອງ ຢູແກຼນ.

ຕອບກັບ

ຂ່າວ/ບົດ​ອື່ນ