EU ຈະ​ສະ​ໜອງ ​ກ່​ວາ 2 ຕື້ ເອີ​ໂຣ ໃຫ້​ແກ່​ໂຄງ​ການ​ຄູ່​ຮ່ວມມ​ືທາງ​ທິດ​ຕາ​ເວັນ​ອອກ

(VOVWORLD) -ທ່ານປະທານ Charles Michel ໄດ້ເນັ້ນໜັກວ່າ ນັບແຕ່ກອງປະຊຸມສຸດຍອດຄັ້ງທີ 5 ຢູ່ Brussels ໃນປີ 2017, ການພົວພັນຄູ່ຮ່ວມມືລະຫວ່າງ EU ແລະ ບັນດາປະເທດທາງທິດຕາເວັນອອກ ສືບຕໍ່ພັດທະນາ.
EU ຈະ​ສະ​ໜອງ ​ກ່​ວາ 2 ຕື້ ເອີ​ໂຣ ໃຫ້​ແກ່​ໂຄງ​ການ​ຄູ່​ຮ່ວມມ​ືທາງ​ທິດ​ຕາ​ເວັນ​ອອກ - ảnh 1 ທ່ານ Charles Michel ປະທານສະພາເອີລົບ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: TTXVN)

ໃນວັນທີ 15 ທັນວາ, ຢູ່ກອງປະຊຸມສຸດຍອດສະຫະພາບ ເອີລົບ (EU) ແລະ ຄູ່ຮ່ວມມືທາງທິດຕາເວັນອອກ ໄດ້ດຳເນີນຢູ່ Brussels, ທ່ານ Charles Michel ປະທານສະພາເອີລົບ ໄດ້ຖະແຫຼງວ່າ EU ໃຫ້ຄຳໝັ້ນສັນຍາ ປະຕິບັດແຜນການລົງທຶນທີ່ມີມູນຄ່າ 2,3 ຕື້ ເອີໂຣ ເຂົ້າພາກພື້ນ ເພື່ອແນໃສ່ໜູນຊ່ວຍການຟື້ນຟູເສດຖະກິດສັງຄົມ ພາຍຫຼັງໂລກລະບາດໂຄວິດ - 19 ແລະ ສ້າງຄວາມສາມາດໃນການຟື້ນຟູຍາວນານດ້ວຍວິທີເພີ່ມຄວາມໄວໃນການຫັນປ່ຽນຂຽວ ແລະ ດີຈີຕອນ. ແຜນການນີ້ ຄາດວ່າຈະລະດົມເງິນລົງທຶນພາກລັດ ແລະ ເອກະຊົນໄດ້ເຖິງ 17 ຕື້ ເອີໂຣ.

ທ່ານປະທານ Charles Michel ໄດ້ເນັ້ນໜັກວ່າ ນັບແຕ່ກອງປະຊຸມສຸດຍອດຄັ້ງທີ 5 ຢູ່ Brussels ໃນປີ 2017, ການພົວພັນຄູ່ຮ່ວມມືລະຫວ່າງ EU ແລະ ບັນດາປະເທດທາງທິດຕາເວັນອອກ ສືບຕໍ່ພັດທະນາ ແລະ ກອງປະຊຸມຄັ້ງນີ້ ກໍ່ເພື່ອແນໃສ່ເປົ້າໝາຍເພີ່ມທະວີການພົວພັນ ເສດຖະກິດ ແລະ ການເມືອງກັບບັນດາຄູ່ຮ່ວມມືທາງທິດຕາເວັນອອກຢ່າງແໜ້ນແຟ້ນກ່ວາອີກ.

ຕອບກັບ

ຂ່າວ/ບົດ​ອື່ນ