EU ປ່ອນ​ບັດ​ສະ​ໜັບ​ສະ​ໜູນ​ການຈັດ​ວາງ​ພາ​ສີ​ຕື່ມ​ສຳ​ລັບ​ລົດ​ໂອ​ໂຕໄຟ​ຟ້າ​ນຳ​ເຂົ້າ​ຈາກ​ຈີນ

(VOVWORLD) - ໂຄສົກຂອງກະຊວງການຄ້າຈີນ ຖະແຫຼງວ່າ ປັກກິ່ງ ຮຽກຮ້ອງສະຫະພາບ ເອີລົບ ກັບຄືນໄປແກ້ໄຂການປະທະກັນທາງການຄ້າຜ່ານການປຶກສາຫາລື.
EU ປ່ອນ​ບັດ​ສະ​ໜັບ​ສະ​ໜູນ​ການຈັດ​ວາງ​ພາ​ສີ​ຕື່ມ​ສຳ​ລັບ​ລົດ​ໂອ​ໂຕໄຟ​ຟ້າ​ນຳ​ເຂົ້າ​ຈາກ​ຈີນ - ảnh 1ພາບປະກອບ: THX/TTXVN

ວັນທີ 4 ຕຸລາ, ສະຫະພາບ ເອີລົບ (EU) ໄດ້ເຫັນດີເປັນເອກະພາບຈັດວາງພາສີເພີ່ມເຕີມສຳລັບລົດໂອໂຕໄຟຟ້ານຳເຂົ້າຈາກຈີນ, ໃນສະພາບການບັນດາການເຈລະຈາ ກັບປັກກິ່ງ ເພື່ອແນໃສ່ຊອກຫາມາດຕະການແກ້ໄຂການຂັດແຍ້ງກັນທາງການຄ້າທີ່ຍັງພວມເກີດຂຶ້ນ. ທີ່ການປ່ອນບັດ, ບັນດາປະເທດສະມາຊິກ EU ສ່ວນຫຼາຍ ໄດ້ຕົກລົງແຜນການຈັດວາງພາສີເພີ່ມເຕີມສຳລັບລົດໄຟຟ້ານຳເຂົ້າຈາກ ຈີນ. ພຽງແຕ່ເຢຍລະມັນ, ປະເທດມະຫາອຳນາດກ່ຽວກັບ ລົດໂອໂຕຢູ່ EU ແລະ ຮຸງກາຣີ ບ່ອນປັດຄັດຄ້ານ. ກ່ອນໜ້ານັ້ນ, ລັດຖະບານ ແລະ ບັນດາບໍລິສັດ ຜະລິດລົດໂອໂຕຂອງ ເຢຍລະມັນໄດ້ສະແດງຄວາມວິຕົກກັງວົນເປັນຫຼາຍຄັ້ງຕໍ່ “ສົງຄາມການຄ້າ” ກັບຈີນ ອາດຈະກໍ່ຜົນເສຍຫາຍຕໍ່ຂະແໜງການຜະລິດລົດໂອໂຕຂອງປະເທດນີ້. ຄາດວ່າ, ຂໍ້ຕົກລົງຈັດວາງພາສີເພີ່ມເຕີມຈະມີຜົນບັງຄັບໃຊ້ນັບແຕ່ວັນທີ 31 ຕຸລາ ຈະມາເຖິງ. ປະຕິກິລິຍາ ຕໍ່ໜ້າຂໍ້ຕົກລົງຂອງ EU, ໂຄສົກຂອງກະຊວງການຄ້າຈີນ ຖະແຫຼງວ່າ ປັກກິ່ງ ຮຽກຮ້ອງສະຫະພາບ ເອີລົບ ກັບຄືນໄປແກ້ໄຂການປະທະກັນທາງການຄ້າຜ່ານການປຶກສາຫາລື. ການພົວພັນທາງການຄ້າລະຫວ່າງ EU ແລະ ຈີນ ມີຄວາມເຄັ່ງຕຶງເພີ່ມຂຶ້ນໃນຊຸມເດືອນມໍ່ໆມານີ້, ພາຍຫຼັງທີ່ EU ປະກາດວ່າ ໄດ້ຈັດວາງພາສີຊົ່ວຄາວຂຶ້ນເຖິງ 38,1% ສຳລັບລົດໂອໂຕໄຟຟ້າທີ່ນຳເຂົ້າຈາກຄູ່ຮ່ວມມື ອາຊີນີ້, ໂດຍເລີ່ມມີຜົນບັງຄັບໃຊ້ແຕ່ວັນທີ 4 ກໍລະກົດ.

ຕອບກັບ

ຂ່າວ/ບົດ​ອື່ນ