EU ໃຫ້​ຄຳ​ໝັ້ນ​ສັນ​ຍາ ສະ​ໜອງ​ເງິນ​ກ່​ວາ 8,3 ຕື້ USD ໃຫ້​ແກ່​ບັນ​ດາ​ຄວາມ​ຮຽກ​ຮ້ອງ​ຕ້ອງ​​ການ​ມະ​ນຸ​ດ​ສະ​ທຳທົ່ວ​ໂລກ ໃນ​ປີ 2024

(VOVWORLD) - ທ່ານນາງ Janez Lenarcic ກຳມະການ EU ຮັບຜິດຊອບການໜູນຊ່ວຍດ້ານມະນຸດສະທຳ ແລະ ຄວບຄຸມວິກິດການ ໃຫ້ຮູ້ວ່າ: ບ້ວງເງິນນີ້ ແມ່ນຄົງທີ່ ແຕ່ EU ອາດຈະສະໜັບສະໜູນຫຼາຍກ່ວານັ້ນ.
EU ໃຫ້​ຄຳ​ໝັ້ນ​ສັນ​ຍາ ສະ​ໜອງ​ເງິນ​ກ່​ວາ 8,3 ຕື້ USD ໃຫ້​ແກ່​ບັນ​ດາ​ຄວາມ​ຮຽກ​ຮ້ອງ​ຕ້ອງ​​ການ​ມະ​ນຸ​ດ​ສະ​ທຳທົ່ວ​ໂລກ ໃນ​ປີ 2024 - ảnh 1ລົດຂົນສົ່ງເຄື່ອງອຸປະຖຳເຂົ້າເຂດກາຊາ (ພາບ: AFP/TTXVN)

ວັນທີ 18 ມີນາ, ສະຫະພາບເອີລົບ (EU) ໄດ້ໃຫ້ຄຳໝັ້ນສັນຍາ ສະໜອງເງິນກ່ວາ 8,3 ຕື້ USD ເພື່ອໜູນຊ່ວຍດ້ານມະນຸດສະທຳໃນປີ 2024, ຕ່ຳກ່ວາເມື່ອທຽບໃສ່ກັບປີ 2023, ເຖິງວ່າຄວາມຕ້ອງການພວມເພີ່ມຂຶ້ນຢ່າງແຮງ ຢູ່ເຂດກາຊາ ແລະ ຫຼາຍສະຖານທີ່ໃນໂລກ. ກ່າວຄຳເຫັນໄຂກອງປະຊຸມມະນຸດສະທຳຢູ່ ບຣຸກແຊນ (ປະເທດ ແບນຊິກ), ທ່ານນາງ Janez Lenarcic ກຳມະການ EU ຮັບຜິດຊອບການໜູນຊ່ວຍດ້ານມະນຸດສະທຳ ແລະ ຄວບຄຸມວິກິດການ ໃຫ້ຮູ້ວ່າ: ບ້ວງເງິນນີ້ ແມ່ນຄົງທີ່ ແຕ່ EU ອາດຈະສະໜັບສະໜູນຫຼາຍກ່ວານັ້ນ. ປີ 2023, ຈຳນວນເງິນເຊິ່ງບັນດາປະເທດ ສະມາຊິກ EU ແລະ ຄະນະກຳມະການ ເອີລົບ (EC) ໃຫ້ຄຳໝັ້ນສັນຍາຈະສະໜອງເງິນທັງໝົດ ແມ່ນ 8,4 ຕື້ເອີໂຣ. ໃນຂະນະນັ້ນ, ທ່ານ Josep Borrell ຜູ້ຕາງໜ້າຂັ້ນສູງຂອງ EU ກ່ຽວກັບນະໂຍບາຍຄວາມໝັ້ນຄົງ ແລະ ການຕ່າງປະເທດ ເນັ້ນໜັກວ່າ ປັດຈຸບັນມີຫຼາຍຄົນຕ້ອງການຊ່ວຍເຫຼືອຢ່າງຮີບດ່ວນ ແລະ ນີ້ແມ່ນຕົວເລກສູງທີ່ບໍ່ເຄີຍມີມາກ່ອນ. ທ່ານໃຫ້ຮູ້ວ່າ ສະພາບການຢູ່ເຂດ ກາຊາ ມີຄວາມຮ້າຍແຮງພິເສດ. ປະຊາຊົນຢູ່ເຂດນີ້ພວມຕົກເຂົ້າສູ່ສະພາບອຶດຫິວທຸກຍາກຢ່າງແທ້ຈິງ.

ຕອບກັບ

ຂ່າວ/ບົດ​ອື່ນ