EVFTA ຈະແມ່ນ “ໂອກາດໃໝ່” ໃຫ້ແກ່ວິສາຫະກິດ ຫວຽດນາມ ແລະ ອີຕາລີ

(VOVWORLD) - ວັນທີ 24 ຕຸລາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານນາງ Cecilia Piccion ເອກອັກຄະລັດຖະທູດ ອີຕາລີ ປະຈຳ ຫວຽດນາມ ເຂົ້າຢ້ຽມອຳລາເນື່ອງໃນໂອກາດສິ້ນສຸດອາຍຸການປະຕິບັດງານທາງການທູດຢູ່ ຫວຽດນາມ. 
EVFTA ຈະແມ່ນ “ໂອກາດໃໝ່” ໃຫ້ແກ່ວິສາຫະກິດ ຫວຽດນາມ ແລະ ອີຕາລີ - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ  ແລະ ທ່ານນາງ Cecilia Piccion (ພາບ: VGP)

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ອວຍພອນທ່ານນາງເອກອັກຄະລັດຖະທູດ ທີ່ມີອາຍຸການປະຕິບັດງານປະສົບຜົນສຳເລັດຢູ່ ຫວຽດນາມ, ທ່ານ ຫງວຽນຊວນຟຸກ ຖືວ່າ: ທ່ານນາງໄດ້ສ້າງຄວາມປະທັບໃຈຢ່າງແຮງ ດ້ວຍບັນດາການປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ການພັດທະນາສາຍພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ ຫວຽດນາມ - ອີຕາລີ. ທ່ານເນັ້ນໜັກວ່າ ຄວາມສາມາດບົ່ມຊ້ອນໃນການຮ່ວມມືລະຫວ່າງ 2 ປະເທດຍັງສົມເທື່ອ, ພິເສດແມ່ນໃນຂົງເຂດການຄ້າ, ການລົງທຶນ, ແຕ່ປັດຈຸບັນການພັດທະນາຍັງບໍ່ທັນເໝາະສົບຢູ່, ທ່ານນາຍົກລັດຖະມົນຕີຖືວ່າ: ສັນຍາການຄ້າເສລີ ຫວຽດນາມ - ອີຢູ (EVFTA) ຈະແມ່ນກຳລັງໜູນຊຸກຍູ້, ຍົກວົງເງິນການຄ້າການລົງທຶນລະຫວ່າງ 2 ປະເທດ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກວ່າ: EVFTA ຈະແມ່ນ “ໂອກາດທີ່ດີໃຫ້ແກ່ວິສາຫະກິດ 2 ປະເທດ” ພ້ອມທັງ ປາດຖະໜາວ່າ ອີຕາລີ ຈະຊຸກຍູ້ການລົງນາມ, ໃຫ້ສັດຕະຍາບັນ EVFTA.

ຕອບກັບ

ຂ່າວ/ບົດ​ອື່ນ