Fatah ຮຽກຮ້ອງໃຫ້ Hamas ສ້າງຕັ້ງ “ແນວໂຮມແຫ່ງຊາດປາແລັດສະຕິນ” ຮັບມືກັບແຜນການສັນຕິພາບຕາເວັນອອກກາງຂອງອາເມລິກາ

(VOVWORLD) -ວັນທີ 28 ເມສາ, ທ່ານ Jibril al Rajoub, ເລຂາທິການໃຫຍ່ຄະນະກຳມະການສູນກາງພັກ Fatah ຢູ່ປາແລັດສະຕິນ, ໄດ້ຮຽກຮ້ອງໃຫ້ຂະບວນການອິດສະລາມ Hamas ສ້າງຕັ້ງ “ແນວໂຮມຊົນແຫ່ງປາແລັດສະຕິນ” ເພື່ອຮັບມືກັບແຜນການສັນຕິພາບຕາເວັນອອກກາງຂອງອາເມລິກາ.

ທ່ານ Rajoub ຖືວ່າ, Hamas ຄວນມີບາດກ້າວຕໍ່ໄປເພື່ອແນໃສ່ຢຸດຕິສະພາບແບ່ງແຍກຢູ່ພາຍໃນ ແລະ ອະນຸຍາດໃຫ້ລັດຖະບານປາແລັດສະຕິນ ເຄື່ອນໄຫວຢູ່ເຂດ ກາຊາ. ຄຳຮຽກຮ້ອງຂອງທ່ານ Jibril al Rajoub ຖືກຍົກອອກມາ ພາຍຫຼັງ ທ່ານ Ismail Haneya, ຫົວໜ້າ Hamas ໄດ້ຮຽກຮ້ອງ “ວິໄສທັດຍຸດທະສາດ” ເພື່ອຮັບມືກັບແຜນການສັນຕິພາບຂອງອາເມລິກາ ກ່ອນໜ້ານັ້ນ 1 ວັນ. ທ່ານ Haneya ໃຫ້ຮູ້ວ່າ, ທ່ານພ້ອມແລ້ວທີ່ຈະຈັດຕັ້ງການພົບປະກັບທຸກຝ່າຍໂດຍທັນທີ, ພິເສດແມ່ນຂະບວນການ Fatah, ຢູ່ກາຊາ (ປາແລັດສະຕິນ) ຫຼື ກາຍໂຣ (ອີຢິບ). ກ່ອນໜ້ານັ້ນ, ອາເມລິກາ ໃຫ້ຮູ້ວ່າ ຈະປະກາດແຜນການສັນຕິພາບຢູ່ຕາເວັນອອກກາງ ແລະ ນີ້ຈະແມ່ນແຜນການ “ລະອຽດທີ່ສຸດ” ແລະ ໄດ້ນຳມາເຊິ່ງ “ການສັງເກດຮອບດ້ານ” ໃຫ້ວິວັດທະນາການຢູ່ຕາເວັນອອກກາງ.

ຕອບກັບ

ຂ່າວ/ບົດ​ອື່ນ