Festival ຊາ ທາຍງວຽນ,ຫວຽດນາມຄັ້ງທີ 3 ປີ 2015

Festival ຊາ ທາຍງວຽນ,ຫວຽດນາມຄັ້ງທີ 3 ປີ 2015 - ảnh 1
Festival ຊາ ທາຍງວຽນ

(vovworld)-  ພິ​ທີ​ໄຂ Festival ຊາ ທາຍງວຽນ -ຫວຽດ​ນາມ ຄັ້ງ​ທີ 3 ປີ 2015 ໄດ້​ດຳ​ເນີນ​ໄປ​ໃນ​ຕອນ​ຄ່ຳ​ວັນ​ທີ 26/11 ຢູ່ ແຂວງ ທາຍງວຽນ. Festival ຊາ ຄັ້ງ​ນີ້ ໄດ້​ປະ​ກອບ​ສ່ວນ​ໂຄ​ສະ​ນາ​ພາບ​ພົດ​ການ​ທ່ອງ​ທ່ຽວ, ວັດ​ທະ​ນະ​ທຳ ຂອງ​ ທາຍງວຽນ ເຖິງວົງ​ຄະ​ນາ​ຍາດພາຍ​ໃນ​ປະ​ເທດ​ແລະ​ເພ​ື່ອນ​ມິດ​ສາ​ກົນ.

ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ໄຂ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ເຊື່ອ​ໝັ້ນ​ວ່າ ຜ່ານ​ບັນ​ດາ​ການ​ເຄື່ອນ​ໄຫວ​ແທດ​ຈິງ ຢູ່ Festival ຊາ ທາຍງວຽນ ຄັ້ງ​ທີ 3, ຂະ​ແຫນງ​ຊາ ຫວຽດ​ນາມ ສືບ​ຕໍ່​ພັດ​ທະ​ນາກວ່າ​ອີກ.

        “ຂ້າ​ພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ ອົງ​ຄະ​ນະ​ພັກ, ອຳ​ນາດ​ການ​ປົກ​ຄອງ ແລະ ປະ​ຊາ​ຊົນ​ແຂວງ ທາຍງວຽນ ຈະ​ສືບ​ຕໍ່​ເສີມ​ຂະ​ຫຍາຍ​ມູນ​ເຊື້ອ​ອັນ​ດີ​ງາມ, ຕັດ​ສິນ​ໃຈ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ, ສິ່ງ​ທ້​າ​ທາຍ, ກໍ່​ສ້າງ ແຂວງ ທາຍງວຽນ ໃຫ້​ກາຍ​ເຫັນ​​ເຂດ ​ອຸດ​ສາ​ຫະ​ກຳ ຕາມ​ທິດ​ທັນ​ສະ​ໄຫມ, ປະ​ກອບ​ສ່ວນ​ສຳ​ຄັນ​ເຂົ້າ​ໃນ​ພາ​ລະ​ກິດ​ສ້າ​ງ​ສາ ແລະ ປົກ​ປັກ​ຮັກ​ສາ​ປ​ະ​ເທດ​ຊາດ.”

 

ຂ່າວ/ບົດ​ອື່ນ