Fitch Ratings: ເສດຖະກິດຫວຽດນາມ ແມ່ນຈຸດພົ້ນເດັ່ນຂອງພາກພື້ນອາຊີ-ປາຊີຟິກ

(VOVWORLD) -ຫວຽດນາມ ແມ່ນປະເທດພົ້ນເດັ່ນໃນຕະຫຼາດອາຊີ ດ້ວຍຄວາມສາມາດຟື້ນຟູເສດຖະກິດ ແລະ ຄວບຄຸມໂລກລະບາດ

ຕາມບົດລາຍງານຫຼ້າສຸດຂອງອົງການ Fitch Ratings ແລ້ວ, ຫວຽດນາມ ແມ່ນປະເທດພົ້ນເດັ່ນໃນຕະຫຼາດອາຊີ ດ້ວຍຄວາມສາມາດຟື້ນຟູເສດຖະກິດ ແລະ ຄວບຄຸມໂລກລະບາດ ແລະ ແມ່ນໜຶ່ງໃນຈຳນວນ 4 ປະເທດທີ່ຢູ່ໃນລະດັດຊະນີ Fitch ຂອງອາຊີ - ປາຊີຟິກ ເຊິ່ງຄາດວ່າຈະມີການເຕີບໂຕເສດຖະກິດທາງບວກໃນປີ 2020. ຂໍ້ມູນທາງການໄດ້ສະແດງໃຫ້ເຫັນວ່າ GDP ໃນໄຕມາດທີ 2 ຄາດວ່າຈະເພີ່ມຂຶ້ນປະມານ 0,4%, ເຖິງວ່າໂລກລະບາດໄດ້ສົ່ງຜົນສະທ້ອນຢ່າງຫຍໍ້ທໍ້ເຖິງດ້ານການທ່ອງທ່ຽວ ແລະ ການສົ່ງອອກກໍ່ຕາມ.

        ຕາມອົງການ Fitch ແລ້ວ, ຫວຽດນາມ ໄດ້ຮັບຜົນປະໂຫຍດຈາກເລື່ອງມີຄ່າໃຊ້ຈ່າຍການຜະລິດຕ່ຳ ພ້ອມກັບຜົນກະທົບຈາກສັນຍາ EVFTA ເຊິ່ງເລີ່ມມີຜົນສັກສິດນັບແຕ່ເດືອນ ສິງຫາ ຈະມາເຖິງ. ອົງການນີ້ໄດ້ຄາດຄະເນວ່າ, ເສດຖະກິດຂອງຫວຽດນາມ ຈະເພີ່ມຂຶ້ນຢ່າງໄວໃນປີ 2021, ເມື່ອບັນດາຄວາມຕ້ອງການຢູ່ພາຍນອກ, ລວມທັງເມື່ອການສົ່ງອອກ ແລະ ທ່ອງທ່ຽວໄດ້ຮັບການຟື້ນຟູ.

ຕອບກັບ

ຂ່າວ/ບົດ​ອື່ນ