FTAສະຫະພັນເສດຖະກິດອາຊີ-ເອີລົບ:ກາລະໂອກາດໃຫຍ່ສຳລັບວິສາຫະກິດຫວຽດນາມ

FTAສະຫະພັນເສດຖະກິດອາຊີ-ເອີລົບ:ກາລະໂອກາດໃຫຍ່ສຳລັບວິສາຫະກິດຫວຽດນາມ - ảnh 1
ພາບ​ປະ​ກອບ ຈາກ​ສຳ​ນັກ​ຂ່າວ​ສານ ຫວຽດ​ນາມ

(vovworld) - ວັນ​ທີ 5/10, ສັນ​ຍາ​ການ​ຄ້າ​ເສ​ລີ (FTA) ລະ​ຫວ່າງ ຫວຽດ​ນາມ ແລະ ບັນ​ດາ​ປະ​ເທດ​ຂຶ້ນ​ກັບ​ສະ​ຫະ​ພັນ​ເສດ​ຖະ​ກິດ ອາ​ຊີ - ເອີ​ລົບ (EAEU), ມີ​ຜົນ​ສັກ​ສິດ​ຢ່າງ​ເປັນ​ທາງ​ການ, ເປີດ​ກາ​ລະ​ໂອ​ກາດ​ພັດ​ທະ​ນາ​ອັນ​ໃຫຍ່ຫຼວງ​ໃຫ້​ແກ່​ບັນ​ດາ​ວິ​ສາ​ຫະ​ກິດ ຫວຽດ​ນາມ. FTA ລະ​ຫວ່າງ ຫວຽດ​ນາມ ແລະ EAEU ແລະ ບັນ​ດາ​ປະ​ເທດ​ສະ​ມາ​ຊິກ, ເຊິ່ງ​ລວມ​ມີິ: ສະ​ຫະ​ພັນ ລັດ​ເຊຍ, ສ. ເບ​ລາ​ຣຸດ, ສ. ກາ​ຢັກ​ສະ​ຖານ, ສ. ເອກ​ເມ​ເນຍ ແລະ ສ. ກຽກ​ກີ​ສະ​ຖານ. ຕາມ​ສັນ​ຍານີ້, ກ່​ວາ 90% ປະ​ເພດ​ສິນ​ຄ້າ​ສົ່ງ​ອອກ​ຂອງ ຫວຽດ​ນາມ ໄປ​ຍັງ​ບັນ​ດາ​ປະ​ເທດນີ້​ຈະ​ໄດ້​ຍົກ​ເວັ້ນ​ພາ​ສີ. ຕາມ​ກາ​ນ​ຄິດ​ໄລ່​ຂອງ​ຄະ​ນະ​ກຳ​ມະ​ການ​ເສດ​ຖະ​ກິດ ອາ​ຊີ - ເອີ​ລົບ, ເລື່ອງ​ສ້າງ​ຕັ້ງ​​ເຂດ​ການ​ຄ້າ​ເສ​ລີ​ລະ​ຫວ່າງ EAEU ກັບ ຫວຽດ​ນາມ ອາດ​ຈະ​ເພີ່ມ​ທະ​ວີ​ວົງ​ເງິນ​ 2 ຝ່າຍ​ຈາກ 4 ຕື້ USD ໃນ​ປະ​ຈຸ​ບັນ​ຂຶ້ນ​ເຖິງ 8 – 10 ຕື້ USD ໃນ​ອະ​ນາ​ຄົດ. ໃນ​ປີ​ທຳ​ອິດ​ທີ່​ສັນ​ຍາ​ມີ​ຜົນ​ສັກ​ສິດ, ບັນ​ດາ​ນັກ​ສົ່ງ​ອອກ​ໃນ​ພາກ​ພື້ນ​ຈະ​ປະ​ຢັດ​ໄດ້​ຈຳ​ນວນ​ເງິນ​ປະ​ມານ 40 ລ້ານ USD ພາ​ສີ. ກ່າວ​ຄຳ​ເຫັນ​ທີ່​ການ​ປະ​ຊຸມ​ຂ່າວ​ຮ່ວມ​ຂອງ​ບັນ​ດາ​ເອ​ກ​ອັກ​ຄະ​ລັດ​ຖະ​ທູ​ດ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ສະ​ຫະ​ພັນ​ເສດ​ຖະ​ກິດ ອາ​ຊີ - ເອີ​ລົບ ຈັດ​ຕັ້ງ​ໃນ​ຕອນ​ເຊົ້າ​ວັນ​ທີ 5/10 ຢູ່​ຮ່າ​ໂນ້ຍ, ທ່ານ ດັ້ງ​ຮ່​ວາງ​ຫາຍ, ຫົວ​ໜ້າ​ກົມ​ຕະຫຼາດ​ເອີ​ລົບ (ກະ​ຊວງ​ອຸດ​ສາ​ຫະ​ກຳ ການຄ້າ), ໃຫ້​ຂໍ້​ສັງ​ເກ​ດ​ວ່າ:

        “ເຫດ​ການມື້ນີ້ ບໍ່​ພຽງ​ແຕ່​ເປັນ​ສັນ​ຍານ​ທີ່​ເ​ປັນ​ໜ້າ​ຊື່ນ​ຊົມ​ໃຫ້​ແກ່​ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ ແລະ ຂີດ​ໝາຍ​ມີ​ລັ​ກ​ສະ​ນະ​ຍຸດ​ທະ​ສາດ​ໃຫ້​ແກ່​ຝ່າຍ​ຕ່າງໆ​ເທົ່າ​ນັ້ນ. ເລື່ອງ​ປະ​ຕິ​ບັດ​ສັນ​ຍາ​ມີ​ປະ​ສິດ​ທິ​ຜົນ​ຈະ​ຊ່ວຍ​ຊຸກ​ຍູ້​ການ​ພົວ​ພັນ​ເສດ​ຖະ​ກິດ, ເປີດ​ກ້​ວາງ​ການ​ຜະ​ລິດ, ການ​ຄ້າ, ການ​ລົງ​ທຶນ​ລະ​ຫວ່າງ ຫວຽດ​ນາມ ແລະ ບັນ​ດາ​ປະ​ເທດ​ໃນ​ສະ​ຫະ​ພັນ​ເສດ​ຖະ​ກິດ​ອີກ​ດ້ວຍ. ​ຫາກ​ຍັງແມ່ນ​ໜຶ່ງ​ໃນ​ບັນ​ດາ​ສັນ​ຍາ​ລະ​ດັບ​ຊາດ ແລະ ແມ່ນ​ສັນ​ຍາ​ຮອບ​ດ້ານ​ຍ້ອນ​ວ່າບໍ່​ພຽງ​ແຕ່​ເປີດ​ປະ​ຕູ​ໃຫ້​ສິນ​ຄ້າ​ເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​ການ​ລົງ​ທຶນ, ການບໍ​ລິ​ການ​ອີກ​ດ້ວຍ.”


ຂ່າວ/ບົດ​ອື່ນ