G7 ເຫັນ​ດີ​ເປັນ​ເອ​ກະ​ພາບ​ຕໍ່​ຮ່າງ​ບົດ​ແນະ​ນຳ​ການຂຸດ​ຄົ້ນ​ການ​ພັດ​ທະ​ນາ AI

(VOVWORLD) - ກຸ່ມ G7 ລວມມີ: ອັງກິດ, ອາເມລິກາ, ເຢຍລະມັນ, ຍີ່ປຸ່ນ, ຝລັ່ງ, ການາດາ ແລະ ອີຕາລີ, ໄດ້ປຶກສາຫາລືກ່ຽວກັບຄວາມຈຳເປັນຂອງບັນດາມາດຖານສາກົນ ເພື່ອຂຸດຄົ້ນ ເຕັກໂນໂລຢີທີ່ພວມພັດທະນາໂດຍໄວຄື ChatGPT ໂດຍ ບໍລິສັດ OpenAI ພັດທະນາ.
G7 ເຫັນ​ດີ​ເປັນ​ເອ​ກະ​ພາບ​ຕໍ່​ຮ່າງ​ບົດ​ແນະ​ນຳ​ການຂຸດ​ຄົ້ນ​ການ​ພັດ​ທະ​ນາ AI - ảnh 1ພາບປະກອບ: Brecorder

ວັນທີ 18 ຕຸລາ, ສຳນັກຂ່າວສານ Kyodo ໄດ້ລົງຂ່າວຕໍ່ເລື່ອງບັນດາເຈົ້າໜ້າທີ່ຂອງກຸ່ມບັນດາປະເທດອຸດສາຫະກຳ ພັດທະນາ G7 ໄດ້ເຫັນດີເປັນເອກະພາບຕໍ່ຮ່າງບັນດາຫຼັກການແນະນຳໃຫ້ບັນດາບໍລິສັດພັດທະນາປັນຍາປະດິດ(AI) ປະເພດຕ່າງໆ ທີ່ມີຄວາມກ້າວໜ້າ, ດ້ວຍຄວາມຫວັງຫຼຸດຜ່ອນບັນດາຄວາມສ່ຽງທີ່ກ່ຽວຂ້ອງຄື: ການລົບກວນ, ຂໍ້ມູນທີ່ຜິດພາດ ແລະ ບັນດາຄວາມວິຕົກກັງວົນກ່ຽວກັບບັນຫາສິດຄວາມເປັນສ່ວນຕົວ.

ກຸ່ມ G7 ລວມມີ: ອັງກິດ, ອາເມລິກາ, ເຢຍລະມັນ, ຍີ່ປຸ່ນ, ຝລັ່ງ, ການາດາ ແລະ ອີຕາລີ, ໄດ້ປຶກສາຫາລືກ່ຽວກັບຄວາມຈຳເປັນຂອງບັນດາມາດຖານສາກົນ ເພື່ອຂຸດຄົ້ນ ເຕັກໂນໂລຢີທີ່ພວມພັດທະນາໂດຍໄວຄື ChatGPT ໂດຍ ບໍລິສັດ OpenAI ພັດທະນາ.

ກ່ອນໜ້ານັ້ນ, G7 ໄດ້ກ່າວເຕືອນກ່ຽວກັບບັນດາຄວາມສ່ຽງຊ້ອນແຝງ ໂດຍ AI ກໍ່ຂຶ້ນ, ລວມມີການ ລົບກວນ, ປຸກຄວາມຄຽດແຄ້ນ ແລະ ສວຍໃຊ້ແບບທາງໄກ ກໍ່ຄືນາບຂູ່ເຖິງຄວາມປອດໄພຂອງເດັກນ້ອຍ, ສິດຄວາມເປັນສ່ວນຕົວ ແລະ ມີຄວາມສ່ຽງຄອບງຳຂໍ້ມູນ. G7 ກໍ່ມຸ່ງໄປເຖິງການຮຽບຮຽງບັນດາກົດແຫ່ງການປະພຶດສາກົນ ໃຫ້ແກ່ບັນດານັກພັດທະນາເຄື່ອງມື AI ກໍ່ຄືບັນດາບົດແນະນຳໃຫ້ແກ່ຜູ້ສະໜອງ ແລະ ຜູ້ນຳໃຊ້ການບໍລິການ AI ເພື່ອສະກັດກັ້ນບັນດາເຕັກໂນໂລຢີທີ່ກ່ຽວຂ້ອງຖືກຮັບໃຊ້ໃຫ້ແກ່ບັນດາການກະທຳລະເມີດກົດໝາຍ.

ຕອບກັບ

ຂ່າວ/ບົດ​ອື່ນ