HSBC: ເສດ​ຖະ​ກິດ ຫວຽດ​ນາມ ຈະ​ຟື້ນ​​ຟູ​ເປັນ​ຢ່າງ​ດີ​ໃນ​ໄລ​ຍະ 6 ເດືອນ​ທ້າຍ​ປີ

(VOVWORLD) -  ບົດລາຍງານຫຼ້າສຸດ ໂດຍທະນາຄານ HSBC ແລະ UOB ປະກາດ ຍັງຮັກສາລະດັບຄາດຄະເນອັດຕາການເຕີບໂຕຂອງ ຫວຽດນາມ ໃນປີ 2024 ແມ່ນ 6%. 

ການກະທຳດັ່ງກ່າວໄດ້ຍົກອອກ ພາຍຫຼັງທີ່ກົມໃຫຍ່ສະຖິຕິ ຫວຽດນາມ ປະກາດວ່າ GDP ໄຕມາດທີ I ເຕີບໂຕໃນລະດັບ 5,66%, ແມ່ນໝາກຜົນຂອງໄຕມາດ 1 ທີ່ດີທີ່ສຸດຂອງໄລຍະແຕ່ປີ 2020 – 2023. ແຕ່ເຖິງຢ່າງໃດກໍຕາມ,ທະນາຄານ HSBC ໄດ້ມີການດັດປັບລະດັບຄາດຄະເນອັດຕາການເຕີບໂຕຕາມແຕ່ລະໄຕມາດ, ສຳລັບໄຕມາດທີ 2 ແລະ ທີ 3 ແມ່ນຕ່ຳກວ່າລະດັບທີ່ໄດ້ຄາດຄະເນກ່ອນໜ້ານັ້ນ ແຕ່ຍົກແງ່ຫວັງໃຫ້ແກ່ໄຕມາດທີ 4 ເຊິ່ງສ່ອງແສງໃຫ້ເຫັນຄວາມຫວັງຂອງການຟື້ນຟູ ຈະເພີ່ມຂຶ້ນໃນ 6 ເດືອນທ້າຍປີ. ທະນາຄານ HSBC ຖືວ່າ ຫວຽດນາມ ພວມໄປຖືກທິດ ເພື່ອເຫັນປະຈັກຕາແງ່ຫວັງການເຕີບໂຕທີ່ດີກວ່າໃນປີນີ້ ເຖິງວ່າຈະຕ້ອງມີເວລາເພື່ອຟື້ນຟູຢ່າງກວ້າງຂວາງ.

        ໃນຂະນະນັ້ນ, ທະນາຄານ UOB ຄາດຄະເນວ່າ “ແງ່ຫວັງເສດຖະກິດຂອງ ຫວຽດນາມ ໃນປີ 2024 ນີ້ ມີຄວາມຕັ້ງໜ້າ; ການຜະລິດຮັບໃຊ້ການສົ່ງອອກຂອງ ຫວຽດນາມ ພວມເພີ່ມຂຶ້ນ, ໄປຄຽງຄູ່ກັບແງ່ຫວັງໄລຍະຍາວຂອງເງິນລົງທຶນໂດຍກົງຈາກຕ່າງປະເທດ (FDI).


ຕອບກັບ

ຂ່າວ/ບົດ​ອື່ນ