IMF ກ່າວ​ເຕືອນ ​ການ​ເຕີບ​ໂຕ​ເສດ​ຖະ​ກິດ​ທົ່ວ​ໂລກ​ຢູ່​ລະ​ດັບ​ຕ່ຳ​ຈະ​ຍັງແກ່​ຍາວ

(VOVWORLD) - ການເຕີບໂຕເສດຖະກິດທົ່ວໂລກ ຈະຢູ່ໃນລະດັບ 2,8% ໃນປີ 2030, ຕ່ຳກວ່າ 1% ເມື່ອທຽບໃສ່ລະດັບສະເລ່ຍໃນປະຫວັດສາດ, ຖ້າຫາກວ່າບັນດາປະເທດບໍ່ດຳເນີນການປະຕິຮູບຄັ້ງໃຫຍ່ ເພື່ອຊຸກຍູ້ສະມັດຕະພາບ ແລະ ເຕັກໂນໂລຢີ ເຊັ່ນປັນຍາປະດິດ (AI).
IMF ກ່າວ​ເຕືອນ ​ການ​ເຕີບ​ໂຕ​ເສດ​ຖະ​ກິດ​ທົ່ວ​ໂລກ​ຢູ່​ລະ​ດັບ​ຕ່ຳ​ຈະ​ຍັງແກ່​ຍາວ - ảnh 1(ພາບປະກອບ: AFP)

ວັນທີ 10 ເມສາ, ກອງທຶນເງິນຕາສາກົນ (IMF) ໃຫ້ຮູ້ວ່າ ການເຕີບໂຕເສດຖະກິດທົ່ວໂລກ ຈະຢູ່ໃນລະດັບ 2,8% ໃນປີ 2030, ຕ່ຳກວ່າ 1% ເມື່ອທຽບໃສ່ລະດັບສະເລ່ຍໃນປະຫວັດສາດ, ຖ້າຫາກວ່າບັນດາປະເທດບໍ່ດຳເນີນການປະຕິຮູບຄັ້ງໃຫຍ່ ເພື່ອຊຸກຍູ້ສະມັດຕະພາບ ແລະ ເຕັກໂນໂລຢີ ເຊັ່ນປັນຍາປະດິດ (AI).

        ຄາດວ່າ, ໃນບົດລາຍງານແງ່ຫວັງເສດຖະກິດໂລກ (WEO), ປະກາດໃນວັນທີ 16 ເມສາ ຈະມາເຖິງ, IMF ໄດ້ຊີ້ໃຫ້ເຫັນວ່າ ລະດັບຄວາມໄວການເຕີບໂຕທົ່ວໂລກສືບຕໍ່ຫຼຸດລົງກວ່າອີກ ພາຍຫຼັງກຳລັງແຮງການເຕີບໂຕຊ້າລົງເລື້ອຍໆ ນັບແຕ່ວິກິດການດ້ານການເງິນທົ່ວໂລກ ປີ 2008 – 2009. IMF ໃຫ້ຂໍ້ສັງເກດວ່າ ຖ້າບໍ່ມີບັນດາບາດກ້າວເດີນຢ່າງກະໂດດຂັ້ນ ແນໃສ່ຍົກສູງສະມັດຕະພາບນັ້ນ, ການເຕີບໂຕເສດຖະກິດທົ່ວໂລກ ຈະຫຼຸດລົງຕ່ຳກວ່າລະດັບສະເລ່ຍໃນປະຫວັດສາດຫຼາຍ.


ຕອບກັບ

ຂ່າວ/ບົດ​ອື່ນ