IMF ຍົກລະ​ດັບ​ການ​ຄາດ​ຄະ​ເນອັດ​ຕາ​ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ທົ່ວ​ໂລກ

(VOVWORLD) - ວັນທີ 31 ມັງກອນ, ກອງທຶນເງິນຕາສາກົນ (IMF) ໄດ້ປະກາດບົດລາຍງານກ່ຽວກັບແງ່ຫວັງເສດຖະກິດໂລກ (WEO) ສະບັບຫຼ້າສຸດ, ໃນນັ້ນ ໄດ້ຍົກລະດັບການຄາດຄະເນອັດຕາການເຕີບໂຕເສດຖະກິດທົ່ວໂລກປີ 2024 ຂຶ້ນເປັນ 3,1%.
IMF ຍົກລະ​ດັບ​ການ​ຄາດ​ຄະ​ເນອັດ​ຕາ​ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ທົ່ວ​ໂລກ - ảnh 1ສັນຍາລັກ IMF ຢູ່ ວໍຊິງຕັນ, ອາເມລິກາ (ພາບ: AFP/TTXVN)

ເມື່ອອະທິບາຍກ່ຽວກັບການຍົກລະດັບການຄາດຄະເນການເຕີບໂຕເສດຖະກິດໂລກໃນປີ 2024 ນີ້, IMF ໃຫ້ຮູ້ວ່າ ປັດໄຈຕົ້ນຕໍແມ່ນ ຄວາມສາມາດຟື້ນຟູແບບແປກປະຫຼາດໃຈຢູ່ບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍພົ້ນເດັ່ນໃນທົ່ວໂລກ, ໃນນັ້ນ ມີ ອາເມລິກາ ແລະ ຈີນ. ລະດັບການຄາດຄະເນໃໝ່ຂອງອົງການ IMF ນີ້ ແມ່ນສູງກວ່າ 0,2% ເມື່ອທຽບໃສ່ການຄາດຄະເນກ່ອນໜ້ານັ້ນ (ເດືອນຕຸລາ 2023). ເຖິງຢ່າງໃດກໍຕາມ, ທ່ານ Pierre – Olivier Gourinchas ຫົວໜ້ານັກຊ່ຽວຊານດ້ານເສດຖະກິດຂອງ IMF ກ່າວເຕືອນວ່າ, ເຖິງວ່າ ຄວາມສາມາດ sofl landing ຂອງພື້ນຖານເສດຖະກິດທົ່ວໂລກ ໄດ້ເພີ່ມຂຶ້ນ ແຕ່ອັດຕາການເຕີບໂຕຍັງຊ້າ ແລະ ຄວາມສຽງຍັງຊ້ອນແຝງຢູ່.

        ຕາມການຄາດຄະເນຂອງ IMF, ການເຕີບໂຕເສດຖະກິດທົ່ວໂລກໃນປີນີ້ ແລະ ປີໜ້າ ຈະຢູ່ລະດັບ 3,8%. ໃນຈຳນວນບັນດາພື້ນຖານເສດຖະກິດຂຶ້ນກັບກຸ່ມບັນດາປະເທດ ອຸດສາຫະກຳພັດທະນາ (G7), ການເຕີບໂຕຢູ່ບັນດາປະເທດເອີຣົບ ຍັງອ່ອນຢູ່ ໃນຂະນະທີ່ ຍີ່ປຸ່ນ ແລະ ການາດາ ຄາດວ່າ ຈະເຕີບໂຕດີກວ່າ. ສຳລັບ 2 ພື້ນຖານເສດຖະກິດໃຫຍ່ສຸດໃນໂລກ ນັ້ນແມ່ນ ອາເມລິກາ ແລະ ຈີນ, IMF ຄາດວ່າພື້ນຖານເສດຖະກິດ ອາເມລິກາ ຈະເຕີບໂຕໃນລະດັບ 2,1%, ຫຼຸດລົງໜ້ອຍໜຶ່ງ ເມື່ອທຽບໃສ່ປີ 2023. ໃນຂະນະນັ້ນ, ພື້ນຖານເສດຖະກິດ ຈີນ ພວມຢູ່ໃນທ່ວງທ່າເຕີບໂຕ 4,6% ໃນປີ 2024. ອິນເດຍ ຈະສືບຕໍ່ແມ່ນຈຸດພົ້ນເດັ່ນຂອງພື້ນຖານເສດຖະກິດທົ່ວໂລກ ເມື່ອ ອົງການ IMF ຄາດຄະເນວ່າ ພື້ນຖານເສດຖະກິດນີ້ ຈະເຕີບໂຕ 6,5% ໃນປີນີ້.

ຕອບກັບ

ຂ່າວ/ບົດ​ອື່ນ