IMF ມີ​ຄວາມ​ປະ​ເອີບ​ໃຈ​ຕໍ່​ແງ່​ຫວັງ​ເຕີບ​ໂຕ​ເສດ​ຖະ​ກິດ ຫວຽດ​ນາມ

(VOVWORLD) - ເວັບໄຊ imf.org ຂອງກອງທຶນເງິນຕາສາກົນ (IMF) ຫາກໍ່ເອົາລົງບົດຂຽນຕີລາຄາຢ່າງຕັ້ງໜ້າກ່ຽວກັບແງ່ຫວັງເຕີບໂຕດ້ານເສດຖະກິດ ຂອງ ຫວຽດນາມ

IMF ມີ​ຄວາມ​ປະ​ເອີບ​ໃຈ​ຕໍ່​ແງ່​ຫວັງ​ເຕີບ​ໂຕ​ເສດ​ຖະ​ກິດ ຫວຽດ​ນາມ - ảnh 1ພາບປະກອບ: TTXVN

ຕາມບົດຂຽນແລ້ວ, ໃນ 6 ເດືອນຕົ້ນປີ 2022, ເສດຖະກິດ ຫວຽດນາມ ຟື້ນຟູໂດຍໄວ ພາຍຫຼັງຜ່ອນຜັນມາດຕະການຄວບຄຸມພະຍາດໂຄວິດ - 19 ແລະ ໝູນໃຊ້ຍຸດທະສາດຮ່ວມດຳລົງຊີວິດກັບໂຄວິດ - 19 ກໍ່ຄື ດຳເນີນບັ້ນສັກວັກຊິນຂະຫນາດໃຫຍ່. ລັດຖະບານ ປະຕິບັດບັນດານະໂຍບາຍໜູນຊ່ວຍຄື: ດອກເບ້ຍຕ່ຳ, ການເຕີບໂຕສິນເຊື່ອຢ່າງແຮງ ແລະ ໂຄງການຟື້ນຟູ ແລະ ພັດທະນາເສດຖະກິດສັງຄົມ, ພ້ອມກັນນັ້ນ ແມ່ນ ການເຄື່ອນໄຫວຜະລິດເພີ່ມຂຶ້ນສູງ ແລະ ການຟື້ນຟູໃນການເຄື່ອນໄຫວຂາຍຍ່ອຍ ແລະ ການທ່ອງທ່ຽວ.

        ຫວ່າງມໍ່ໆມານີ້, IMF ໄດ້ຍົກການຄາດຄະເນເຕີບໂຕຂອງ ຫວຽດນາມ ຂຶ້ນເຖິງ 7% ໃນປີ 2022, ສູງກ່ວາ 1% ເມື່ອທຽບໃສ່ກັບລະດັບການຄາດຄະເນຂອງ 3 ເດືອນກ່ອນ ແລະ ເປັນຄັ້ງປັບປຸງຢ່າງແຮງທຳອິດໃນຈຳນວນບັນດາພື້ນຖານເສດຖະກິດໃຫຍ່ຢູ່ອາຊີ. IMF ໄດ້ຫຼຸດຄາດຄະເນການເຕີບໂຕຂອງ ຫວຽດນາມ ໃນປີ 2023 ລົງເຫຼືອ 6,7 %, ໝາຍຄວາມວ່າຫຼຸດລົງ 0,5% ເມື່ອທຽບໃສ່ກັບການຄາດຄະເນກ່ອນ. ເຖິງຢ່າງໃດກໍຕາມ, ຕົວເລກນີ້ຍັງຢູ່ໃນລະດັບການເຕີບໂຕໄວທີ່ສຸດ ໃນຈຳນວນບັນດາພື້ນຖານເສດຖະກິດໃຫຍ່ຂອງອາຊີ.

        ບົດຂຽນໄດ້ເນັ້ນໜັກວ່າ ເມື່ອ ຫວຽດນາມ ສາມາດແກ້ໄຂບັນດາສິ່ງທ້າທາຍທີ່ຍັງຄົງຂ້າງທີ່ກ່ຽວຂ້ອງເຖິງຕະຫຼາດແຮງງານ, ປະສິດທິຜົນຂອງເຄືອຂ່າຍປ້ອງກັນຄວາມສະຫງົບທາງສັງຄົມ, ຄວາມສ່ຽງກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ… ຫວຽດນາມ ຈະສືບຕໍ່ບັນລຸໄດ້ຄວາມໄວສູງໃນການເຕີບໂຕ ແລະ ສືບຕໍ່ຊຸກຍູ້ນະໂຍບາຍພັດທະນາແບບຍືນຍົງມຸ່ງໄປເຖິງທ່ວງທ່າທີ່ມີລາຍຮັບສູງກ່ວາ.

ຕອບກັບ

ຂ່າວ/ບົດ​ອື່ນ