IMF ສະ​ແດງ​ຄວາມວິ​ຕົກ​ກັງ​ວົນຕໍ່​ການ​ຟື້ນ​ຟູ​ເສ​ດ​ຖະ​ກິດ​ທົ່ວ​ໂລກ​ຍ້ອນ​ໂລກ​ລະ​ບາດ COVID – 19

(VOVWORLD) -ທ່ານນາງ Kristalina Georgieva ໄດ້ລາຍງານກັບ ກຸ່ມ G20 ວ່າ ນັບທັງ ກໍລະນີໂລກລະບາດໄດ້ຮັບການຄວບຄຸມຢ່າງໄວວາກໍ່ຕາມ, ການເຕີບໂຕຢູ່ຈີນ ແລະ ໂລກ ແນ່ນອນວ່າ ຈະຖືກຮັບຜົນກະທົບ.
IMF ສະ​ແດງ​ຄວາມວິ​ຕົກ​ກັງ​ວົນຕໍ່​ການ​ຟື້ນ​ຟູ​ເສ​ດ​ຖະ​ກິດ​ທົ່ວ​ໂລກ​ຍ້ອນ​ໂລກ​ລະ​ບາດ COVID – 19 - ảnh 1

ປະຊາຊົນໃສ່ຜ້າອັດປາກ - ດັງເພື່ອປ້ອງກັນຕ້ານເຊື້ອ COVID-19 ຢູ່ ອີຕາລີ (ພາບ: TTXVN)

ວັນທີ 23 ກຸມພາ, ໃນບັນດາຖະແຫຼງການ ຢູ່ ກອງປະຊຸມລັດຖະມົນຕີ ການເງິນ ແລະ ຜູ້ວ່າການທະນາຄານກຸ່ມ 20 ພື້ນຖານເສດຖະກິດໃຫຍ່ (G20)  ເຊິ່ງໄດ້ດຳເນີນຢູ່ນະຄອນຫຼວງ  Riyadh ຂອງ ອາຣັບບິ  ຊາອູດິ, ທ່ານນາງ Kristalina Georgieva ຜູ້ອຳນວຍການໃຫຍ່ IMF ຖືວ່າ ເຖິງວ່າການເຕີບໂຕເສດຖະກິດທີ່ໄດ້ຄາດວ່າ ຈະບັນລຸໄດ້ລະດັບ ປານກາງແມ່ນ 3,3% ໃນປີນີ້ກໍ່ຕາມ, ແຕ່ວ່າການຟື້ນຟູນີ້ຍັງບໍ່ແນ່ນອນ. ຕາມນັ້ນແລ້ວ, ໂລກລະບາດ COVID – 19 ໄດ້ສົ່ງຜົນກະທົບເຖິງການເຄື່ອນໄຫວເສດຖະກິດ ຢູ່ ຈີນ ແລະ ອາດຈະນາບຂູ່ເຖິງທ່າຟື້ນຟູເສດຖະກິດໃນທົ່ວໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ