IMF: ອາເມລິກາ, ຍີ່ປຸ່ນ, ອິນເດຍ ແລະ ລັດເຊຍ ແມ່ນບັນດາຈຸດເດັ່ນໃນແງ່ຫວັງເສດຖະກິດທົ່ວໂລກ

(VOVWORLD) - ໃນຂະນະນັ້ນ, IMF ຄາດຄະເນວ່າ ເສດຖະກິດເຕີບໂຕ 2,1% ໃນປີນີ້ ແລະ 1,5% ໃນປີໜ້າ, ເພີ່ມຂຶ້ນຕາມລຳດັບແມ່ນ 0,3 ແລະ 0,5% ເມື່ອທຽບໃສ່ການຄາດຄະເນໃນເດືອນ ກໍລະກົດ
IMF: ອາເມລິກາ, ຍີ່ປຸ່ນ, ອິນເດຍ ແລະ ລັດເຊຍ ແມ່ນບັນດາຈຸດເດັ່ນໃນແງ່ຫວັງເສດຖະກິດທົ່ວໂລກ - ảnh 1ທ່າກ່ຳປັ່ນໂຕກຽວ, ປະເທດ ຍີ່ປຸ່ນ
(ພາບ:Kyodo/TTXVN)

ໃນບົດລາຍງານກ່ຽວກັບແງ່ຫວັງເສດຖະກິດທົ່ວໂລກ (WEO) ປະກາດເມື່ອວັນທີ 10 ຕຸລາ, ກອງທຶນເງິນຕາສາກົນ (IMF) ໄດ້ຫລຸດລະດັບຄາດຄະເນການເຕີບໂຕເສດຖະກິດໃນປີນີ້ີ້ຂອງຫຼາຍພື້ນຖານເສດຖະກິດໃນໂລກ. ມີພຽງບາງພື້ນຖານເສດຖະກິດ, ໃນນັ້ນມີ: ອາເມລິກາ, ຍີ່ປຸ່ນ, ອິນເດຍ ແລະ ລັດເຊຍ ແມ່ນໄປຝືນກັບທ່າອ່ຽງດັ່ງກ່າວ.

        ໃນຂະນະນັ້ນ, IMF ຄາດຄະເນວ່າ ເສດຖະກິດເຕີບໂຕ 2,1% ໃນປີນີ້ ແລະ 1,5% ໃນປີໜ້າ, ເພີ່ມຂຶ້ນຕາມລຳດັບແມ່ນ 0,3 ແລະ 0,5% ເມື່ອທຽບໃສ່ການຄາດຄະເນໃນເດືອນ ກໍລະກົດ. ໃນກຸ່ມບັນດາພື້ນຖານເສດຖະກິດພັດທະນາ, IMF ຄາດຄະເນ ເສດຖະກິດ ອາເມລິກາ ຈະນັບມື້ນັບຜິດດ່ຽງຢ່າງຈະແຈ້ງ ເມື່ອທຽບໃສ່ເຂດໃຊ້ສະກຸນລວມເອີໂຣ (Eurozone) ໃນຂະນະທີ່ພາກພື້ນນີ້ບັນລຸລະດັບເຕີບໂຕພຽງ 0,7% ໃນປີນີ້.

        ໃນກຸ່ມບັນດາປະເທດອຸດສາຫະກຳ ພັດທະນາ (G7), IMF ໄດ້ຍົກລະດັບການຄາດຄະເນດ້ານເສດຖະກິດ ຍີ່ປຸ່ນ ດ້ວຍການເຕີບໂຕຂຶ້ນເຖິງ 2% ໃນປີນີ້, ຍ້ອນຄວາມຕ້ອງການສະສົມ, ເພີ່ມລາຍຮັບຈາກການທ່ອງທ່ຽວຢູ່ພາຍໃນປະເທດ ແລະ ສາກົນ ພ້ອມກັບບັນດານະໂຍບາຍປັບຕົວ ໃຫ້ແທດເໝາະກໍ່ຄືການຟື້ນຟູໃນການເຄື່ອນໄຫວສົ່ງອອກລົດໂອໂຕ.

ຕອບກັບ

ຂ່າວ/ບົດ​ອື່ນ