Intel ລົງ​ທຶນເງິນ ຕື່ມ​ອີກ​ 475 ລ້ານ USD ເຂົ້າ​ຫວຽດ​ນາມ​

(VOVWORLD) -ນີ້ແມ່ນບ້ວງເງິນລົງທຶນໃໝ່ ນອກຈາກບ້ວງເງິນລົງທຶນຕື່ມອີກ 1 ຕື້ USDກ່ອນນັ້ນ ຂອງ Intel ເພື່ອສ້າງຮາກຖານຜະລິດ ທົດລອງ ແລະ ຕິດຕັ້ງ Chip ທັນສະໄໝທີ່ສຸດຢູ່ເຂດເຕັກໂນໂລຢີສູງ ນະຄອນໂຮ່ຈີມິນ(SHTP) ເມື່ອປີ 2006.
Intel ລົງ​ທຶນເງິນ ຕື່ມ​ອີກ​ 475 ລ້ານ USD ເຂົ້າ​ຫວຽດ​ນາມ​ - ảnh 1ພາບປະກອບ: Bloomberg

ກຸ່ມບໍລິສັດ Intel ລົງທຶນເງິນຕື່ມອີກ 475 ລ້ານ USD ເຂົ້າ Intel Products ຫວຽດນາມ. ນີ້ແມ່ນຂໍ້ມູນທີ່ທ່ານ Alan Danner ຜູ້ອຳນວຍການທາງການເງິນຂອງ ບໍລິສັດ Intel Products ຫວຽດນາມ ຈຳກັດ ປະກາດຢູ່ກອງປະຊຸມພົບປະວິສາຫະກິດຕົ້ນປີ 2021 ໂດຍຄະນະຄຸ້ມຄອງເຂດເຕັກໂນໂລຢີສູງ ນະຄອນໂຮ່ຈີມິນ (SHTP) ຈັດຂຶ້ນໃນວັນທີ 27 ມັງກອນ.

ຕາມນັ້ນແລ້ວ, ນີ້ແມ່ນບ້ວງເງິນລົງທຶນໃໝ່ ນອກຈາກບ້ວງເງິນລົງທຶນຕື່ມອີກ 1 ຕື້ USDກ່ອນນັ້ນ ຂອງ Intel ເພື່ອສ້າງຮາກຖານຜະລິດ ທົດລອງ ແລະ ຕິດຕັ້ງ Chip ທັນສະໄໝທີ່ສຸດຢູ່ເຂດເຕັກໂນໂລຢີສູງ ນະຄອນໂຮ່ຈີມິນ(SHTP) ເມື່ອປີ 2006.

        ຕາມທ່ານ Alan Danner ແລ້ວ, Intel Products ຫວຽດນາມແມ່ນພາກສ່ວນທີ່ສຳຄັນໃນລະບົບຜະລິດຂອງ Intel ໃນທົ່ວໂລກ. Intel Prodcts ຫວຽດນາມ ຈະສືບຕໍ່ ປັບປຸງ ແລະ ຫັນບັນດາການເຄື່ອນໄຫວຢູ່ປະເທດປະຈຳຖິ່ນເປັນຫຼາຍຮູບແບບ ເພື່ອສາມາດຕ້ອນຮັບບັນດາເຕັກໂນໂລຢີທີ່ສັບສົນກ່ວາ ແລະ ມີບັນດາຜະລິດຕະພັນໃໝ່, ອະນຸຍາດໃຫ້ Intel ຍາດແຍ່ງບັນດາກາລະໂອກາດໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ