IOC ຍົກອອກເງື່ອນໄຂຕື່ມອີກສຳລັບບັນດາປະເທດຢາກເປັນເຈົ້າພາບຈັດຕັ້ງ Olympic

(VOVWORLD) - ໃນບົດຄຳເຫັນທີ່ກອງປະຊຸມປະຈຳປີຂອງ IOC ເຊິ່ງຈັດຂຶ້ນຢູ່ນະຄອນ Mumbai ຂອງປະເທດ ອິນເດຍ, ທ່ານນາງ Kolinda Grabar-Kitarović, ສະມາຊິກຂອງ IOC ແລະ ເປັນອະດີດປະທານາທິບໍດີ ກຣົວຊີ ໃຫ້ຮູ້ວ່າ: ອົງການນີ້ຖືເລື່ອງ “ຫັນກິລາເປັນການເມືອງ ນັບມື້ນັບເພີ່ມຂຶ້ນ”...
IOC ຍົກອອກເງື່ອນໄຂຕື່ມອີກສຳລັບບັນດາປະເທດຢາກເປັນເຈົ້າພາບຈັດຕັ້ງ Olympic - ảnh 1(ພາບປະກອບຈາກ ສຳນັກຂ່າວສານຊິນຮວາ/TTXVN)

ວັນທີ 15 ຕຸລາ, ຄະນະກຳມະການ Olympic ສາກົນ (IOC) ໄດ້ຍົກອອກເງື່ອນໄຂຕື່ມອີກ ສຳລັບບັນດາປະເທດທີ່ຢາກເປັນເຈົ້າພາບຈັດຕັ້ງງານແຂ່ງຂັນກິລາ Olympic ເມື່ອເວົ້າວ່າບັນດາປະເທດ “ຫັນກິລາເປັນການເມືອງ” ແມ່ນຍາກທີ່ຈະຍາດໄດ້ສິດຈັດຕັ້ງ Olympic.

        ໃນບົດຄຳເຫັນທີ່ກອງປະຊຸມປະຈຳປີຂອງ IOC ເຊິ່ງຈັດຂຶ້ນຢູ່ນະຄອນ Mumbai ຂອງປະເທດ ອິນເດຍ, ທ່ານນາງ Kolinda Grabar-Kitarović, ສະມາຊິກຂອງ IOC ແລະ ເປັນອະດີດປະທານາທິບໍດີ ກຣົວຊີ ໃຫ້ຮູ້ວ່າ: ອົງການນີ້ຖືເລື່ອງ “ຫັນກິລາເປັນການເມືອງ ນັບມື້ນັບເພີ່ມຂຶ້ນ” ແມ່ນບັນຫາທີ່ຕ້ອງໄດ້ໃສ່ໃຈໃນບົດລາຍງານອັບເດດຝາກເຖິງບັນດາການນຳຂົງເຂດ ກິລາທົ່ວໂລກ ກ່ຽວກັບບັນດາປະເທດທີ່ຢາກເປັນເຈົ້າພາບຈັດຕັ້ງ Olympic ໃນອະນາຄົດ. ທ່ານນາງ ໄດ້ຊີ້ແຈ້ງວ່າຂໍ້ຕົກລົງກ່ຽວກັບປະເທດເຈົ້າພາບ Olympic 2036 ຈະບໍ່ຍົກອອກມາກ່ອນປີ 2026  ຫຼື 2027.

        ກ່ອນໜ້ານັ້ນ, IOC ກໍ່ໄດ້ຍົກອອກຂັ້ນຕອນເລືອກຕັ້ງໃໝ່ເພື່ອຫຼີກລ້ຽງສະພາບການບັນດາປະເທດຂົນຂວາຍດຶງດູດບັດລົງຄະແນນສຽງຫຼາຍກ່ວາ. ຕາມນັ້ນແລ້ວ, ບັນດາປະເທດຢາກເປັນເຈົ້າພາບຈັດຕັ້ງ Olympic ແລະ ມີຄວາມສາມາດບົ່ມຊ້ອນກາຍເປັນປະເທດເຈົ້າພາບຈະເຮັດວຽກແບບປິດລັບກັບ IOC. ອົດສະຕາລີ ແມ່ນປະເທດທຳອິດທີ່ໄດ້ຄັດເລືອກຕາມວິທີການນີ້ ແລະ ກາຍເປັນປະເທດເຈົ້າພາບຂອງ Olympic 2032 ຢູ່ນະຄອນ Brisbane.

ຕອບກັບ

ຂ່າວ/ບົດ​ອື່ນ