IPU 132 ປຶກສາຫາລືກ່ຽວກັບຄວາມປອດໄພທາງເຄືອຂ່າຍ ແລະ ການຄຸ້ມຄອງແຫຼ່ງນ້ຳ


IPU 132 ປຶກສາຫາລືກ່ຽວກັບຄວາມປອດໄພທາງເຄືອຂ່າຍ ແລະ ການຄຸ້ມຄອງແຫຼ່ງນ້ຳ - ảnh 1
ພິ​ທີ​ໄຂກອງ​ປະ​ຊຸມ​ສະ​ຫະ​ພັນ​ລັດ​ຖະ​ສ​ະ​ພາ​ສາ​ກົນ 132

(vovworld)- ໃນ​ຂອບ​ເຂດ​ການ​ເຄື່ອນ​ໄຫວ​ຂອງ ກອງ​ປະ​ຊຸມ​ສະ​ຫະ​ພັນ​ລັດ​ຖະ​ສ​ະ​ພາ​ສາ​ກົນ 132 (IPU 132 ): ວັນ​ທີ 29/3, ມີ​ສະ​ມາ​ຊິກ​ລັດ​ຖະ​ສະ​ພາປະ​ມານ 200 ທ່ານ ໄດ້​ເຂົ້າ​ຮ່ວມວາ​ລະ​ປະ​ຊຸມ​ຂອງ​ສະ​ພາ​ບໍ​ລິ​ຫານ​ດ້ວຍ​ຈຸດ​ສຸມ​ແມ່ນ​ປຶກ​ສາ​ຫາ​ລື​ຮ່າງ​ມະ​ຕິ 2 ສະ​ບັບ​ກ່ຽວ​ກັບ​ຄວາມ​ປອດ​ໄພ​ທາ​ງ​ເຄືອ​ຂ່າຍ ແລະ ການ​ຄຸ້ມ​ຄອງ​ແຫຼ່​ງນ້ຳ. ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຫງວຽນ​ຊິງ​ຮຸ່ງ ໄດ້​ຮັບ​ແຕ່ງ​ຕັ້ງ​ເປັນ​ປະ​ທານ​ສະ​ພາ​ບໍ​ລິ​ຫານ IPU 132. ບັນ​ຫາ​ຄວາມ​ປອດ​ໄພ​ທາ​ງ​ເຄືອ​ຂ່າຍ ແລະ ການ​ຄຸ້ມ​ຄອງ​ແຫຼ່ງ​ນ້ຳ ກໍ​ແມ່ນ​ຫົວ​ຂໍ້​ຕົ້ນ​ຕໍ​ໃນ​ການ​ປຶກ​ສາ​ຫາ​ລື​ໃນ​ເວ​ທີ​ປາ​ໄສສະ​ມາ​ຊິກ​ລັດ​ຖະ​ສະ​ພາໜຸ່ມ IPUຊຶ່ງ​ຖືກ​ຈັດ​ຂຶ້ນ​ໃນ​ວັນ​ທີ 29/3. ທ່ານ ຫງວຽນ​ກັດ​ວິງ ເລ​ຂາ​ຄະ​ນະ​ຊາວ​ໜຸ່ມກອມ​ມູ​ນິດ ໂຮ່​ຈິ​ມິ​ນ ຜູ້​ແທນ​ທີ່​ເຂົ້າ​ຮ່ວມ​ເວ​ທີ​ປາ​ໄສ ຖື​ວ່າ :   

  “ ນ້ຳ​ແມ່ນ​ສິ່ງ​ທີ່​ສົ່ງ​ຜົນ​ສະ​ທ້ອນ​ຢ່າງ​ເລິກ​ເຊິ່ງກວ້າງ​ຂວາງ​ເຖິງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ພວກ​ເຮົາ. ປະ​ຈຸ​ບັນ, ນອກ​ຈາກ​ການ​ຄຸ້ມ​ຄອງແຫຼ່ງ​ນ້ຳຢູ່​ແຕ່​ລະ​ປະ​ເທດ​ພວກ​ເຮົາ ເຫັນ​ວ່າ ມີ​ແມ່​ນ້ຳຫຼາຍ​ສາຍ​ໄຫຼ​ຜ່ານຫຼາຍ​ປະ​ເທດ​ທີ່​ແຕກ​ຕ່າງ​ກັນ. ຖ້າ​ຫາກວ່າ​ພວກ​ເຮົາ​ບໍ່​ມີ​ການ​ຮ່ວມ​ມື, ເປັນ​ເອ​ກະ​ພາບ​ກັນ​ນັ້ນ, ຈະ​ມີຫຼາຍ​ປະ​ເທດ​ຮ່ວມ​ແມ່​ນ້ຳ​ສາຍ​ດຽວ​ຈະ​ຮັບ​ຜົນ​ສະ​ທ້ອນ​ທີ່ບໍ່​ດີ. ດັ່ງ​ນັ້ນ ຖ້າ​ຫາກ​ມີ​ແນວ​ຄວາມ​ຄິດ​ທີ່​ຕັ້ງ​ໜ້າ ແລະ ມີ​ຄວາມ​ຕັດ​ສິນ​ໃຈ​ນັ້ນ, ບັນ​ຫານີ້ ຈະ​ໄດ້​ຮັບ​ການ​ແກ້​ໄຂ​ບົນ​ພື້ນ​ຖານ​ຄວາມ​ກົມ​ກ່ຽວ​ດ້ານ​ຜົນ​ປະ​ໂຫຍດ​ລະ​ຫວ່າງປະ​ເທດ​ຕ່າງໆ ”

ຂ່າວ/ບົດ​ອື່ນ