IS ຖອນອອກຈາກແຂວງ Aleppo ຂອງ ຊີຣີ

(VOVWORLD) - ຕໍ່ໜ້າທ່າບຸກໂຈມຕີຂອງກອງທັບລັດຖະບານ ໂດຍໄດ້ຮັບການໜູນຫຼັງຈາກກຳລັງປະຫານປະສົມ, ບັນດາມືປືນ IS ບໍ່ມີໜ້າຢູ່ແຂວງ Aleppo ຂອງ ຊີຣີ ອີກແລ້ວ, ພາຍຫຼັງທີ່ໄດ້ຖອນອອກຈາກໝູ່ບ້ານຫຼາຍແຫ່ງ. 

IS ຖອນອອກຈາກແຂວງ Aleppo ຂອງ ຊີຣີ - ảnh 1 ປະຊາຊົນ ຊີຣີ ມີຄວາມປິຕິຊົມຊື່ນຍ້ອນໄຊຊະນະພວກ IS

(ພາບ: AFP/TTXVN)

ທ່ານ Rami Abdel Rahman, ຜູ້ນຳຂອງອົງການຕິດຕາມກວດກາສິດທິມະນຸດ ຊີຣີ (SOHR) ຮັບຮູ້ວ່າ: IS ໄດ້ຖອນອອກຈາກ 17 ເທດສະບານ, ໝູ່ບ້ານ ແລະ ບໍ່ປະກົດຕົວຢູ່ແຂວງ Aleppo ອີກ. ບັນດາກຳລັງຂອງລັດຖະບານ ຊີຣີ ຍາດໄດ້ສິດຄວບຄຸມເຂດ ຕາເວັນອອກສ່ຽງໃຕ້ Aleppo, ຢູ່ອ້ອມແອ້ມສາຍທາງຫຼວງຕົ້ນຕໍທີ່ເຊື່ອມຕໍ່ກັບແຂວງ Hama ຢູ່ທາງທິກຕາເວັນອອກສ່ຽງໃຕ້ ແລະ Raqa ຕາເວັນອອກ.

        ໃນສະພາບການອື່ນ, SOHR ໄດ້ປະກາດວ່າ: IS ຍາດໄດ້ສິດຄວບຄຸມເມືອງໜຶ່ງຢູ່ທາງທິດຕາເວັນອອກນະຄອນ Raqa ຄືນໃໝ່, ເຊິ່ງແມ່ນຖານທີ່ໝັ້ນຂອງ IS ຢູ່ ຊີຣີ, ທີ່ເຄີຍເປັນເຂດສຳຄັນທີ່ສຸດເຊິ່ງບັນດາກຳລັງປະຊາທິປະໄຕ ຊີຣີ (SDF) ໂດຍ ອາເມລິກາ ໜູນຫຼັງ ຍາດມາໄດ້.

ຕອບກັບ

ຂ່າວ/ບົດ​ອື່ນ