(vovworld) - ຢ່າງໜ້ອຍສຸດມີ 15 ຄົນເສຍຊີວິດ ແລະ 20 ຄົນຮັບບາດເຈັບ ໃນເຫດວາງລະເບີດສະຫຼະຊີບແນໃສ່ປ້ອມກວດກາຄວາມສະຫງົບປອດໄພຢູ່ເຂດມີຊາວອິດສະລາມນິກາຍ Shiite ເປັນຈຳນວນຫຼວງຫຼາຍ, ຢູ່ທາງທິດເໜືອນະຄອນ Baghdad, ປະເທດອີຣັກ ໃນວັນທີ 24/07. ເປົ້າໝາຍໄດ້ວາງລະເບີດສະຫຼະຊີບຢູ່ປ້ອມກວດກາທີ່ມີສາມັນຊົນເປັນຈຳນວນຫຼວງຫຼາຍ ໃກ້ກັບສະໜາມຫຼວງ Adan. ກຸ່ມລັດອິດສະລາມ (IS) ອ້າງຊື່ເອງ ຍອມຮັບໄດ້ດຳເນີນເຫດບຸກໂຈມຕີດັ່ງກ່າວ ແລະ ຖະແຫຼງວ່າ ເປົ້າໝາຍແມ່ນບັນດາພົນທະຫານ ແລະ ກຳລັງເຄິ່ງທະຫານຂອງລັດຖະບານ. IS ເຄີຍເປັນຕົວການຂອງບັນດາເຫດວາງລະເບີດສະຫຼະຊີບທີ່ຄ້າຍຄືກັນ ແນ່ໃສ່ບັນດາເຂດທີ່ມີສາມັນຊົນເປັນຈຳນວນຫຼວງຫຼາຍຄື ຕະຫຼາດ, ຮ້ານກາເຟ ແລະ ໂປດໃນທົ່ວປະເທດອີຣັກ.