JICA ຈະ​ສື​ບ​ຕໍ່​ໜູ​ນ​ຊ່ວຍ ຫວຽດ​ນາມ ພັດ​ທະ​ນາເສດ​ຖະ​ກິ​ດ

(VOVWORLD) -  ຕອນເຊົ້າວັນທີ 24 ພະຈິກ, ໂດຍສືບຕໍ່ບັນດາການເຄື່ອນໄຫວໃນຂອບເຂດການຢ້ຽມຢາມ ຍີປຸ່ນ ຢ່າງເປັນທາງການ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ພົບປະກັບທ່ານ Kitaoka Shinichi, ປະທານອົງການຮ່ວມມືສາກົນ ຍີ່ປຸ່ນ (JICA).
JICA ຈະ​ສື​ບ​ຕໍ່​ໜູ​ນ​ຊ່ວຍ ຫວຽດ​ນາມ ພັດ​ທະ​ນາເສດ​ຖະ​ກິ​ດ - ảnh 1 ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພົບປະກັບທ່ານ Kitaoka Shinichi, ປະທານອົງການຮ່ວມມືສາກົນ ຍີ່ປຸ່ນ

ໃນການພົບປະ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຕີລາຄາສູງບົດບາດ ແລະ ການປະກອບສ່ວນທີ່ສຳຄັນຂອງອົງການ JICA ໃນການຜັນຂະຫຍາຍບັນດາໂຄງການ ODA ຢູ່ ຫວຽດນາມ ກໍ່ຄືຜັນຂະຫຍາຍວັກຊີນກວ່າ 4ລ້ານໂດສ ແລະ ອຸປະກອນການແພດທີ່ລັດຖະບານ ຍີ່ປຸ່ນ ໜູນຊ່ວຍ ຫວຽດນາມ, ຜັນຂະຫຍາຍບັນດາໂຄງການເພີ່ມທະວີຄວາມສາມາດຮັບມືກັບໂລກລະບາດ, ຍົກສູງການບໍລິການສາທາລະນະສຸກຢ່າງໄວວາ. ໃນເວລາທີ່ຈະມາເຖິງ, ຫວຽດນາມ ຕ້ອງການເງິນທຶນຈຳນວນຫຼາຍເພື່ອພັດທະນາພື້ນຖານໂຄງລ່າງຍຸດທະສາດ, ສະນັ້ນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ສະເໜີໃຫ້ ຍີ່ປຸ່ນ ສະໜອງບັນດາບ້ວງທຶນ ODA ໃໝ່ດ້ວຍວິທີປະຕິບັດ ແລະ ມາດຕະການໃຫມ່,ໃຫ້ ຫວຽດນາມ ນຳໃຊ້ໃນຫຼາຍຂົງເຂດ ແລະ ມີລະບຽບການທີ່ງ່າຍທີ່ສຸດ, ສຸມໃສ່ໃນ 6 ຂົງເຂດ: ຍົກສູງຄວາມສາມາດດ້ານສາທາລະນະສຸກ, ໂດຍສະເພາະແມ່ນການ ແພດຂັ້ນຮັກຖານ ແລະ ການແພດປ້ອງກັນ; ຫຼຸດການປ່ອຍອາຍພິດ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດຢູ່ ທົ່ງເຂດພຽງແມ່ນຳຂອງທາງພາກໃຕ້, ພາກກາງ ແລະ ເຂດພຸດອຍພາກເໜືອ ຫວຽດນາມ; ການຫັນສູ້ດີຈີຕອນ; ພັດທະນາແບບຍືນຍົງ; ສວ່ນໜຶ່ງໃຫ້ແກ່ການຊ່ວຍໜູນສັງຄົນທີ່ກ່ຽວຂ້ອງກັບຜົນກະທົບຢ່າງຮ້າຍແຮງຈາກໂລກລະບາດໂຄວິດ-19; ແລະ ພັດທະນາພື້ນຖານໂຄງລາງຍຸດທະສາດ.

        ທ່ານນາຍົກລັດຖະມົນຕີ ຫວຽດນາມຢັ້ງຢືນວ່າ ຫວຽດນາມ ຈະສືບຕໍ່ມານະພະຍາຍາມຍົກສູງປະສິດທິຜົນການນຳໃຊ້ແຫຼ່ງທຶນ ODA, ສ້າງເງື່ອຍໄຂສະດວກເພື່ອໃຫ້ບັນດານັກຊຽວຊານ JICA ມາເຮັດວຽກງານຢູ່ ຫວຽດນາມ ໃນສະພາບການໂຄວິດ-19, ຈຳກັດຜົນກະທົບຄວາມຄືບໜ້າຜັນຂະຫຍາຍບັນດາໂຄງການຢ່າງສຸດຂີດ.

        ທ່ານປະທານ Kitaoka ໄດ້ຕີລລາຄາສູງຜົນສຳເລັດຂອງບັນດາໂຄງການ ODA ຂອງ ຫວຽດນາມ ແລະ ໃຫ້ຮູ້ວ່າຈະນຳເອົາຮູບແບບຜົນສຳເລັດໃນການໜູນຊ່ວຍກໍ່ສ້າງບັນດາໂຮງໝໍໃຫຍ່ຂອງ ຫວຽດນາມໃນຫຼາຍປີທີ່ຜ່ານມາເພື່ອໃຫ້ JICA ກໍ່ສ້າງໂຮງຫໝໍ 100 ແຫຼ່ງຢູ່ປະເທດຕ່າງໆ. ທ່ານປະທານ Kitaoka ໃຫ້ຄຳໝັ້ນສັນຍາຈະສືບຕໍ່ໜູນຊ່ວຍ ຫວຽດນາມ ພັດທະນາເສດຖະກິດ, ສຸມໃສ່ການຮ່ວມມືໃນບັນດາຂົງເຂດການແພດ, ລົງທຶນສາທາລະນະ ແລະ ພັດທະນາແຫຼ່ງຊັບພະຍາກອນມະນຸດ.

ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ