Lotte ສືບຕໍ່ຜັນຂະຫຍາຍການເຄື່ອນໄຫວການດໍາເນີນທຸລະກິດເປັນຫຼາຍຮູບຫຼາຍແບບຢູ່ຫວຽດນາມ

(VOVWORLD) - Lotte  ພວມຜັນຂະຫຍາຍບັນດາການເຄື່ອນໄຫວດໍາເນີນທຸລະກິດດ້ວຍຫຼາຍຮູບແບບຢູ່ຫວຽດນາມ. 
Lotte  ສືບຕໍ່ຜັນຂະຫຍາຍການເຄື່ອນໄຫວການດໍາເນີນທຸລະກິດເປັນຫຼາຍຮູບຫຼາຍແບບຢູ່ຫວຽດນາມ - ảnh 1 ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຈິ້ງດິ່ງຢຸງ ຕ້ອນຮັບທ່ານ Lee Kwang Young - ຜູ້ອໍານວຍການໃຫຍ່ບໍລິສັດພັດທະນາຊັບສິນ Lotte (ພາບ: VGP)

  ວັນທີ 23 ກັນຍາ, ຢູ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຈິ້ງດິ່ງຢຸງ ໄດ້ໃຫ້ການຕ້ອນຮັບທ່ານ Lee Kwang Young - ຜູ້ອໍານວຍການໃຫຍ່ບໍລິສັດພັດທະນາຊັບສິນ Lotte (ຂຶ້ນກັບກຸ່ມບໍລິສັດ Lotte, ສ.ເກົາຫຼີ). ທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢຸງ ຕີລາຄາສູງບັນດາການເຄື່ອນໄຫວລົງທຶນດໍາເນີນທຸລະກິດຂອງກຸ່ມບໍລິສັດ Lotte  ຢູ່ ຫວຽດນາມ ນັບແຕ່ປີ 1996 ມາຮອດປັດຈຸບັນ. ພ້ອມທັງສົ່ງເສີມ Lotte  ສືບຕໍ່ເປີດກວ້າງການລົງທຶນເຂົ້າບັນດາຂົງເຂດໃໝ່, ພິເສດແມ່ນພັດທະນາພື້ນຖານໂຄງລ່າງຄົມມະນາຄົມ, ພະລັງງານ, ຕົວເມືອງ. ທ່ານ ຈິ້ງດິ່ງຢຸງ ກໍຢັ້ງຢືນວ່າ ລັດຖະບານ ຫວຽດນາມ ຍາມໃດກໍ່ສ້າງເງື່ອນໄຂສະດວກທີ່ສຸດໃຫ້ບັນດານັກລົງທຶນ.

        ສ່ວນທ່ານ Lee Kwang Young ໃຫ້ຮູ້ວ່າ Lotte  ພວມຜັນຂະຫຍາຍບັນດາການເຄື່ອນໄຫວດໍາເນີນທຸລະກິດດ້ວຍຫຼາຍຮູບແບບຢູ່ຫວຽດນາມ. ປັດຈຸບັນ,  Lotte  ພວມສຸມໃສ່ແຫຼ່ງຊັບພະຍາກອນມະນຸດ ເພື່ອຜັນຂະຫຍາຍບາງໂຄງການພັດທະນາຕົວເມືອງອັດສະລິຍະ ທີ່ມີຂອບຂະໜາດໃຫຍ່ຢູ່ຮ່າໂນ້ຍ ແລະ ໂຮ່ຈີມິນ. ພ້ອມກັນນັ້ນ, ທາງບໍລິສັດກໍຈະຍູ້ແຮງການລະດົມເງິນລົງທຶນ ແລະ ດຶງດູດບັນດານັກລົງທຶນ ສ.ເກົາຫຼີ ເຂົ້າມາລົງທຶນຢູ່ຫວຽດນາມ; ໜູນຊ່ວຍບັນດາໂຄງການ start up ຢູ່ຫວຽດນາມ ຢ່າງແຮງ. 

ຕອບກັບ

ຂ່າວ/ບົດ​ອື່ນ