OECD ຍົກ​ລະ​ດັ​ບ​ຄາດ​ຄະ​ເນການ​ເຕີບ​ໂຕ​ເສດ​ຖະ​ກິດ​ທົ່ວ​ໂລກ

(VOVWORLD) - ພ້ອມກັບລະດັບເຕີບໂຕຂອງ GDP ເປັນປົກກະຕິ ແລະ ໄພເງິນເຟີ້ຫຼຸດລົງ, OECD ໃຫ້ຂໍ້ສັງເກດວ່າ ລາຍຮັບໃນຕົວຈິງຈະໄດ້ຮັບການປັບປຸງ ແລະ ນະໂຍບາຍເງິນຕາໄດ້ຮັບການໂຍະຍານຢູ່ຫຼາຍພື້ນຖານເສດຖະກິດຈະຊ່ວຍປັບປຸງຄວາມຕ້ອງການ, 
OECD ຍົກ​ລະ​ດັ​ບ​ຄາດ​ຄະ​ເນການ​ເຕີບ​ໂຕ​ເສດ​ຖະ​ກິດ​ທົ່ວ​ໂລກ - ảnh 1ທ່າກຳປັ່ນ ຢູ່ Felixstowe, ອັງກິດ (ພາບ: AFP/TTXVN)

ວັນທີ 25 ກັນຍາ, ອົງການຮ່ວມມື ແລະ ພັດທະນາເສດຖະກິດ (OECD) ໄດ້ຍົກລະດັບການຄາດຄະເນການເຕີບໂຕເສດຖະກິດທົ່ວໂລກໃນປີນນີ້ ແລະ ປີຕໍ່ໄປທີ່ຈະມີສະຖຽນລະພາບຢູ່ລະດັບ 3,2% ໃນສະພາບການໄພເງິນເຟີ້ພວມສືບຕໍ່ຫຼຸດລົງ ແລະ ບັນດາທະນາຄານສູນກາງໄດ້ຫຼຸດລົງດອກເບ້ຍເທື່ອລະກ້າວ. ຕາມນັ້ນແລ້ວ, ລະດັບການຄາດຄະເນໃໝ່ສູງກ່ວາ 0,1%ເມື່ອທຽບໃສ່ກັບລະດັບການຄາດຄະເນເກົ່າ (3,1%) ທີ່ໄດ້ປະກາດເມື່ອເດືອນພຶດສະພາ ປີ 2024. OECD ຄາດວ່າການເຕີບໂຕ GDP ປະຈຳປີຂອງ ອາເມລິກາຈະຫຼຸດລົງ 2,6% ໃນປີນີ້ ແລະ ສືບຕໍ່ຫຼຸດລົງ 1,6% ໃນປີ 2025, ແຕ່ຈະໄດ້ຮັບການໜູນຊ່ວຍດ້ວຍການໂຍະຍານນະໂຍບາຍເງິນຕາ. ພ້ອມກັບລະດັບເຕີບໂຕຂອງ GDP ເປັນປົກກະຕິ ແລະ ໄພເງິນເຟີ້ຫຼຸດລົງ, OECD ໃຫ້ຂໍ້ສັງເກດວ່າ ລາຍຮັບໃນຕົວຈິງຈະໄດ້ຮັບການປັບປຸງ ແລະ ນະໂຍບາຍເງິນຕາໄດ້ຮັບການໂຍະຍານຢູ່ຫຼາຍພື້ນຖານເສດຖະກິດຈະຊ່ວຍປັບປຸງຄວາມຕ້ອງການ, OECD ຖືວ່າຫຼາຍລັດຖະບານຄວນເພີ່ມພາສີສຳລັບຊັບສິນ ແລະ ສິ່ງແວດລ້ອມ ພ້ອມກັບມານະພະຍາຍາມຈຳກັດການໃຊ້ຈ່າຍເມື່ອຕ້ອງປະເຊີນໜ້າກັບໜິ້ຢູ່ລະດັບສູງ.

ຕອບກັບ

ຂ່າວ/ບົດ​ອື່ນ