Palestine ສົ່ງຄຳຮຽກຮ້ອງຈັດການເຈລະຈາສັນຕິພາບໃຫ້ແກ່ Israel

Palestine ສົ່ງຄຳຮຽກຮ້ອງຈັດການເຈລະຈາສັນຕິພາບໃຫ້ແກ່ Israel - ảnh 1
(ພາບ:antg.cand.com.vn)

( vovworld ) –  ວັນ​ທີ 17/4, ທ່ານ Saeb Erekat ຫົວໜ້າ​ຄະນະ​ເຈລະຈາ Palestine ​ໄດ້ຝາກຈົດໝາຍ​ຂອງ​ປະທານາທິບໍດີ Palestine  Mahmoud Abbas ​ໄປ​ຍັງ​ທ່ານ​ນາຍົກລັດຖະມົນຕີ Israel Benjamin Netanyahu ຊື່​ງ​ໃນ​ນັ້ນ​ໄດ້​ຍົກ​ອອກ​ລາຍ​ລະອຽດ​ບັນດາ​ຄຳ​ຮຽກຮ້ອງ​ຂອງ​ອຳນາດ​ການ​ປົກຄອງ Palestine ກ່ຽວ​ກັບ​ເລື່ອງ​ເຊື່ອມ​ຕໍ່​ການ​ເຈລະຈາ​ສັນຕິພາບ. ພາຍຫຼັງ​ການ​ພົບ​ປະ​ໃນ​ເວລາ​ເດືອ​ບ 1 ຊົ່ວ​ໂມງ, ສອງຝ່າຍ​ໄດ້​ອອກ​ແຈ້ງ​ການ​ຮ່ວມ ​ໂດຍ​ຊີ້​ແຈ້ງວ່າ: “ Israel ​ແລະ ອຳນາດ​ການ​ປົກຄອງ Palestine ​ໃຫ້​ຄຳໝັ້ນສັນຍາ​ບັນລຸ​ສັນຕິພາບ. Tel Aviv ຈະ​ສົ່ງ​ຈົດໝາຍ​ຕອບ​ໃຫ້​ແກ່​ຝ່າຍ  Palestine ​ໃນ 2 ອາທິ​ທີ່​ຈະ​ມາ​ເຖິງ. ສອງ​ຝ່າຍ​ຫວັງ​ວ່າ ການ​ແລກປ່ຽນ​ຈົດ​ໝາຍ ຈະ​ຊ່ວຍ​ຊອກ​ຫາ​ວິທີ​ການ​ຊຸກຍູ້​ສັນຕິພາບ​ໄດ້“. ຕາມ​ສຳນັກ​ຂ່າວສານ AFP ຂອງ​ຝະລັ່ງ ແລ້ວ, ​ໃນ​ຈົດ​ໝາຍ, ທ່ານ Mahmoud Abbas ສະ​ເໜີ​ໃຫ້ Tel Aviv ຈົ່ງ​ຍົກ​ອອກ​ທັດສະນະ “​ໃນ​ໄລ

ຍະ​ເວລາ​ໄວ​ທີ່​ສຸດ​ທີ່​ສາມາດ​ເຮັດ​ໄດ້“ ກ່ຽວ​ກັບ 4 ບັນຫາ​ຄື: ຫຼັກການ 2 ລັດ​ອີງ​ຕາມ​ບັນດາ​ເສັ້ນຊາຍ​ແດນ​ກ່ອນ​ປີ 1967, ຢຸດຕິ​ບັນດາ​ການ​ກໍ່ສ້າງ​ເຂດ​ຕັ້ງຖີ່ນຖານ​ຄົງ​ທີ່ຂອງ​ຊາວ​ຢີວ, ປ່ອຍ​ຕົວ​ນັກ​ໂທດ  Palestine ທັງ​ໝົດ ​ແລະ ລົບ​ລ້າງ​ບັນດາ​ຂໍ້​ຕົກລົງ​ທີ່​ໄປ​ຝືນ​ກັບ​ບັນດາ​ຄຳໝັ້ນສັນຍາ 2 ຝ່າຍ ລົງ​ນາມ​ນັບ​ແຕ່​ປີ 2000. ຝ່າຍ  Palestine ປະກາດ​ວ່າ ພ້ອມ​ແລ້ວ​ທີ່​ຈະ​ເປີດ​ສາກ​ການ​ເຈລະຈາ​ສັນຕິພາບ​ຄືນ​ໃໝ່ “​ໂດຍ​ທັນ​ທີ່“ ພາຍຫຼັງ​ໄດ້​ຮັບ​ການ​ຕອບ​ຄືນ​ທີ່​ຕັ້ງໜ້າ​ຈາກ​ຝ່າຍ Israel.

 

 

ຂ່າວ/ບົດ​ອື່ນ