Pfizer ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຍູ້​ໄວ​ຄວາມ​ຄືບ​ໜ້າ​ໃນ​ການມອບ​ຮັບ​ວັກ​ຊິນໃຫ້​ແກ່ ຫວຽດ​ນາມ

(VOVWORLD) -ຕອນຄ່ຳວັນທີ 20 ສິງຫາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິ້ງ ໄດ້ເຈລະຈາທາງໂທລະສັບກັບທ່ານ Albert Bourla ປະທານ, ຜູ້ອຳນວຍການຝ່າຍບໍລິຫານກຸ່ມບໍລິສັດການຢາ ອາເມລິກາ Pfizer. ກ່ອນໜ້ານັ້ນ, ໃນວັນທີ 9 ສິງຫາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໄດ້ສົ່ງຈົດໝາຍໄປຍັງທ່ານ Albert Bourla ກ່ຽວກັບການຮ່ວມມືວັກຊິນ.

Pfizer ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຍູ້​ໄວ​ຄວາມ​ຄືບ​ໜ້າ​ໃນ​ການມອບ​ຮັບ​ວັກ​ຊິນໃຫ້​ແກ່ ຫວຽດ​ນາມ - ảnh 1 ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິ້ງ ເຈລະຈາທາງໂທລະສັບກັບທ່ານ Albert Bourla ປະທານ, ຜູ້ອຳນວຍການຝ່າຍບໍລິຫານກຸ່ມບໍລິສັດການຢາ ອາເມລິກາ Pfizer (ພາບ: TTXVN)

ທີ່ການເຈລະຈາທາງໂທລະສັບ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ້ງ ໄດ້ຕີລາຄາສູງບົດບາດ ແລະ ບັນດາການປະກອບສ່ວນຂອງກຸ່ມບໍລິສັດ Pfizer ໃນຂົງເຂດປ້ອງກັນ ແລະ ດູແລສຸຂະພາບທົ່ວໂລກ ໃນຕະຫຼອດໄລຍະເຄື່ອນໄຫວຂອງຕົນ, ພິເສດແມ່ນໃນບັ້ນຕໍ່ສູ້ຕ້ານໂລກລະບາດໂຄວິດ - 19 ຄືໃນປັດຈຸບັນ, ຜ່ານການພັດທະນາ ວັກຊິນ Pfizer/BioNTech ສຳເລັດ. ທ່ານນາຍົກລັດຖະມົນຕີ ກໍ່ສະແດງຄວາມຂອບອົກຂອບໃຈຕໍ່ກຸ່ມບໍລິສັດທີ່ມີບັນດາການປະກອບສ່ວນຢ່າງແທດຈິງ ເຂົ້າໃນວິວັດການພັດທະນາຂອງຂະແໜງການແພດຢູ່ ຫວຽດນາມ ກໍ່ຄືໄດ້ຮ່ວມມືຢ່າງຕັ້ງໜ້າເພື່ອຖ່າຍທອດວັກຊິນໃຫ້ແກ ່ຫວຽດນາມ ຕາມສັນຍາສະໜອງ 31 ລ້ານໂດສ ລະຫວ່າງ Pfizer ກັບລັດຖະບານ ຫວຽດນາມ.

ສ່ວນທ່ານ Albert Bourla ປະທານ, ຜູ້ອຳນວຍການຝ່າຍບໍລິຫານກຸ່ມບໍລິສັດການຢາ ອາເມລິກາ Pfizer ໄດ້ຢັ້ງຢືນວ່າ ກຸ່ມບໍລິສັດ ກໍ່ຄືທ່ານເອງໄດ້ຢັ້ງຢືນ ແລະ ຕີລາຄາສູງບັນດາຄວາມມານະພະຍາຍາມຂອງລັດຖະບານ ຫວຽດນາມ ໃນການຮັບມືກັບໂລກລະບາດໂຄວິດ - 19, ທ່ານກໍ່ເຊື່ອໝັ້ນວ່າ ຫວຽດນາມ ຈະຄວບຄຸມໄດ້ໂລກລະບາດໂດຍໄວ. ຕໍ່ໜ້າການສະເໜີຂອງທ່ານນາຍົກລັດຖະມົນຕີ, ທ່ານ Albert Bourla ໄດ້ໃຫ້ຄຳໝັ້ນສັນຍາຈະມານະພະຍາຍາມ, ຊອກຫາທຸກວິທີການເພື່ອຍູ້ໄວຄວາມຄືບໜ້າໃນການມອບສົ່ງວັກຊິນໃຫ້ແກ່ ຫວຽດນາມ ໃນເດືອນສິງຫາ, ເດືອນກັນຍາ ແລະ ໄຕມາດທີ IV ໃນປີ 2021, ພ້ອມແລ້ວທີ່ຈະໜູນຊ່ວຍ, ຊ່ວຍເຫຼືອ ຫວຽດນາມ ໃນການມອບໂອນ ແລະ ບັນດາຮູບແບບຖ່າຍທອດວັກຊິນຕ່າງໆຈາກຫຼາຍປະເທດ, ຕັ້ງໜ້າສະໜັບສະໜູນ ລັດຖະບານ ອາເມລິກາ ໜູນຊ່ວຍ ຫວຽດນາມ ກ່ຽວກັບວັກຊິນ.

ຕອບກັບ

ຂ່າວ/ບົດ​ອື່ນ